11 ພຶດສະພາ 2018 ນີ້, ຢູ່ທີ່ ວັດບ້ານຫ້ວຍສະເຫງົ້າ ເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີງານປະກວດບັ້ງໄຟງາມ ແລະ ແຂ່ງຕີກອງຫາງຍາວ. ໂດຍການເຂົ້າຮ່ວມຂອງ ທ່ານ ແສງທອງ ພົມມະຈັນ ກຳມະການພັກເມືອງ, ມີບັນດາທ່ານຫ້ອງການທີ່ກ້ຽວຂ້ອງແລະພໍ່ແມ່ປະຊາຊົນພາຍໃນເທດສະບານເມືອງເຂົ້າຮ່ວມ.
ຜ່ານການແຂ່ງຂັນເຫັນວ່າບ້ານທີ່ມີກອນເຊີ້ງມ່ວນພ້ອນງາມ-ບັ້ງໄຟງາມ ທີ່ 1 ໄດ້ແກ່ບ້ານສະຫວ່າງ ໄດ້ຮັບລາງວັນ 1.500.000 ກີບ. ທີ່ 2 ໄດ້ແກ່ບ້ານວັງວຽງ ໄດ້ຮັບລາງວັນ 1.000.000 ກີບ.ທີ່ 3 ໄດ້ແກ່ບ້ານ ໂພນເພັງ ໄດ້ຮັບລາງວັນ 500.000 ກີບ. ສ່ວນຕີກອງຫາງຍາວ ທີ່ 1 ໄດ້ແກ່ບ້ານບ້ານເມືອງຊອງໄດ້ຮັບລາງວັນ 100,000ກີບ, ພ້ອມກັບຫົວຄວາຍ 1 ຫົວ.
ມາໃນວັນເສົາ ວັນທີ 13 ພຶດສະພາ 2018 ຢູ່ທີ່ຫາດຊາຍດອນກາງນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ມີງານບຸນບັ້ງໄຟປະຈຳປີ 2018. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີບັນດາຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ນາຍບ້ານ, ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນຊາວເມືອງວັງວຽງເຂົ້າຮ່ວມຢ່າງພ້ອມພຽງ.
ໃຫ້ກຽດເປີດງານໃນຄັ້ງນີ ໂດຍແມ່ນທ່ານ ຄໍາໄສ ອິນທໍາມະລັດ ເລຂາພັກບ້ານນາຍບ້ານໆຫ້ວຍສະເຫງົ້າ. ໂດຍປະຕິບັດຕາມ ການຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ 196/ຈມ.ວວ ລົງວັນທີ 24/4/2018 ວ່າດ້ວຍ: ການອະນຸມັດໃຫ້ບ້ານຫ້ວຍສະເຫງົ້າເປັນຜູ້ຈັດຕັ້ງງານບຸນບັ້ງໄຟປະຈຳປີ 2018 ທີ່ເມືອງວັງວຽງ. ຊຶ່ງບຸນດັ່ງກ່າວແມ່ນພວກເຮົາໄດ້ປະຕິບັດສຶຍທອດກັນມາ ຕັ້ງແຕ່ດຶກດຳບັນ ເພື່ອເປັນການສຶບທອດ ແລະ ຮັກສາຮີດຄອງປະເພນີ ອັນດີງາມນີ້ໄວ້ໃຫ້ຍືນຍົງ. ພ້ອມນີ້ຍັງເປັນການຈູດບູຊາພະພຸດພະທຳພະສົງ, ຈູດບູຊາຟ້າແຖນ ເພື່ອຂໍນ້ຳຂໍຝົນ, ຈູດບູຊາໃຫ້ບ້ານເມືອງຈະເລີນຮຸ່ງເຮື່ອງ, ປະຊາຊົນຊາວເມືອງວັງວຽງ ຢູ່ເຢັນເປັນສຸກ.ຊື່ງໃນປີນີ້ໃຫ້ກຽດເປັນເຈົ້າພາບໂດຍແມ່ນ ບ້ານ ຫ້ວຍສະເຫງົ້າ.ບັ້ງໄຟທີ່ສົ່ງເຂົ້າປະກວດແຂ່ງຂັນລວມທັງໝົດມີ 103 ບັ້ງໃນນັ້ນມີບັ້ງໄຟລ້ານ 5 ບັ້ງ, ບັ້ງໄຟແສນ 15 ບັ້ງ, ຜ່ານການແຂ່ງຂັນຈູດບັ້ງໄຟເຫັນວ່າ ບັ້ງໄຟຂຶ້ນງາມເຂົ້າແລວທີ 1 ແມ່ນບັ້ງໄຟບ້ານເມືອງຊອງ ໄດ້ຮັບລາງວັນ 3.000.000 ກີບ, ທີ 2 ແມ່ນບັ້ງໄຟ ເຮືອນພັກມາຈິມາຄີ. ລາງວັນ 2.000.000 ກີບ. ທີ 3 ແມ່ນບັ້ງໄຟ ທ່ານ ສົມພະໄທ ລາງວັນ 1.0 00.000 ກີບ. ໃຫ້ກຽດມອບລາງວັນໃນຄັ້ງ ໂດຍແມ່ນທ່ານ ຄຳໄສ ອິນທຳມະລັດ ເລຂາພັກບ້ານນາຍບ້ານໆຫ້ວຍສະເຫງົ້າ
Editor: ກຳປານາດ ລັດຖະເຮົ້າ