ວັນທີ 23 ເມສາ 2018 ທີ່ວັດຊຽງທອງ, ນະຄອນຫລວງພຣະບາງ ໄດ້ມີພິທີອະຣາດທະນາອັງເຊີນພຣະເຈົ້າໝ່ານ ທີ່ວັດຊຽງທອງ ລົງແຫ່ອ້ອມສິມ ແລະ ປະດິດສະຖານທີ່ຜາມຫໍສົງນ້ຳ ດ້ານຫນ້າສິມວັດຊຽງທອງ ເຊິ່ງຈະເລິ່ມສົງມາແຕ່ວັນທີ 23 ເມສາ ແລະ ສຶບຕໍໄປເຖິງວັນທີ 28 ເມສາ 2018 ນີ້. ຈີ່ງຈະໄດ້ອາລາດທະນາ ອັງເຊີນຂື້ນໄຫວ້ ຄືເກົ່າ. ນອກນັ້ນ ຢູ່ໃນບັນດາວັດຕ່າງໆ ໃນເຂດຊຽງທອງ ຕັ້ງແຕ່ ວັດຈູມຄ້ອງ - ວັດຊຽງມ່ວນ, ວັດປ່າໄຜ່ , ວັດສີພຸດທະບາດ, ວັດຫນອງ, ວັດແສນ, ວັດສົບສີມຸງຄຸນ, ວັດສີບຸນເຮືອງ ຄີລີ -ປາກຄານ ກໍ່ຍັງບໍ່ທັນໄດ້ອະຣາດທະນາພຣະພຸດ ທະຮູບ ຂຶ້ນເທື່ອ ເພາະລໍຖ້າອະຣາດທະນາຂຶ້ນພ້ອມກັບພຣະເຈົ້າຫມ່ານ ທີ່ວັດຊຽງທອງ ໃນວັນທີ 28 ເມສາ, ພ້ອມດຽວກັນ ເຊິ່ງເປັນກາຣະໂອກາດອັນດີ ທີ່ຈະເຮັດໃຫ້ຜູ້ຄົນຊາວພຸດທະສາສະນິກະຊົນ ໄດ້ ມາສົງນ້ຳພຣະພຸທທະຮູບ ຕາມວັດຕ່າງໆ ເຂດຫົວເມືອງຊຽງທອງ
Editor: ກຳປານາດ ລັດຖະເຮົ້າ