ເທດສະການຈູດບັ້ງໄຟ ຖວາຍພະທາດນາງສາມຜີວ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຂຶ້ນ ພ້ອມປີທ່ອງທ່ຽວລາວ 2018, ໃນວັນທີ 23 ເມສາ ປີນີ້, ທີ່ເດີ່ນພະທາດນາງສາມຜີວ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ມີການນຳຂອງແຂວງ, ພະແນກການກົມກອງອ້ອມຂ້າງແຂວງ, ເມືອງ, ມີນັກທຸລະກິດຜູ້ປະກອບການ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ເມືອງ ທົ່ງມີໄຊ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ. ໃນພິທີ ທ່ານ ສາຍສະໝອນ ພົມມະຂັນ ຮອງເຈົ້າເມືອງ, ປະທານຈັດງານບຸນ ໄດ້ລາຍງານກາານກະກຽມເທດສະການຈູດບັ້ງໄຟຖວາຍພະທາດນາງສາວຜີວປະຈຳປີ 2018 ທ່ານໄດ້ກ່າວວ່າ: ເມືອງທົ່ງມີໄຊ ແຂວງໄຊຍະບູລີ ມີເນື້ອທີ່ 884 ກິໂລຕາແມັດ, ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ, ເປັນຕົ້ນແມ່ນປ່າໄມ້, ສັດນໍ້າ, ສັດປ່າ ທີ່ມີຄຸນຄ່າຫຼາຍສະນິດ, ພິເສດເປັນເມືອງທີ່ມີປະຊາກອນຊ້າງຫຼາຍກວ່າໝູ່, ງານເທດສະການຈູດບັ້ງໄຟຖວາຍພະທາດນາງສາມຜີວ ຖືວ່າເປັນກິດຈະກຳປາງບຸນໃຫຍ່ທີ່ຈັດຂຶ້ນເພື່ອຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມ ແລະ ເປັນທີ່ເຄົາລົບບູຊາຂອງຊາວເມືອງ ທົ່ງມີໄຊ ມາແຕ່ດຶກດຳບັນ ແລະ ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ, ສະເພາະງານເທດສະການຈູດບັ້ງໄຟຖວາຍພະທາດນາງສາມຜີວປີນີ້ເພື່ອເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018, ເຊິ່ງມີກິດຈະກຳທີ່ຫຼາກຫຼາຍຮູບແບບ ເຊັ່ນ: ຂະບວນບັ້ງໄຟທົ່ວເມືອງທົ່ງມີໄຊ ຈຳນວນ 3.000 ບັ້ງ, ງານຕະຫຼາດນັດ ແລະ ວາງສະແດງສິນຄ້າພະລິດຕະພັນຕ່າງໆ, ບໍລິການຂີ່ຊ້າງຊົມວີວດົງທາດ ແລະ ຊົມທີວທັດທຳມະຊາດຕົວເມືອງ, ຂະບວນແຮ່ບັ້ງໄຟ, ກ້ອນກຳລັງຂອງບັນດາບ້ານ, ເຊິ່ງແຕ່ລະກ້ອນແມ່ນຊ່ອງແສງເຖິງມູນເຊື້ອປະຫວັດສາດ ແລະ ວັດທະນະທຳ, ຮິດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງທ້ອງຖິ່ນ, ກິດຈະກຳປະກວດອາຫານພື້ນບ້ານ ແລະ ກິດຈະກຳອື່ນໆອີກຈຳນວນໜຶ່ງ, ຈາກນັ້ນ ທ່ານ ສົມພອນ ໄຊດວງຕາ ເຈົ້າເມືອງ-ເມືອງ ທົ່ງມີໄຊ ກໍ່ໄດ້ກ່າວເປີດງານຢ່າງເປັນທາງການ ທ່ານໄດ້ໃຫ້ຮູ້ວ່າ: ງານເທດສະການຈູດບັ້ງໄຟຖວາຍທາດນາງສາມຜີວ ປະຈຳປີ ພສ 2561 ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ ຕໍ່ຊີວິດສັງຄົມຂອງຊາວເມືອງທົ່ງມີໄຊ ເຊິ່ງມັນໄດ້ສ່ອງແສງເຖິງມູນເຊື້ອ ວັດທະນະທຳອັນດີງາມ ຂອງຊາດ ກໍ່ຄືຂອງທ້ອງຖິ່ນ ທີ່ເຄີຍປະຕິບັດກັນມາຕັ້ງແຕ່ດົນນານພໍສົມຄວນ ພ້ອມທັງເສີມຂະຫຍາຍຄວາມສາມັກຄີອັນເປັນມູນເຊື້ອຂອງຊາວເມືອງ, ທັງເປັນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນເອກະລັກ ຂອງຊາວເມືອງທົ່ງມີໄຊ ໃຫ້ເປັນທີ່ຮູ້ຈັກ ແລະ ສ້າງຄວາມສົນໃຈຂອງແຂກທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ ແລະ ບັນດາແຂກທີ່ເຂົ້າຮ່ວມໃນງານກໍ່ໄດ້ພ້ອມກັນລັ່ນຄ້ອງ 9 ບາດ, ຕັດແຖບຜ້າເປີດງານເທດສະການຈູດບັ້ງໄຟຖວາຍພະທາດນາງສາມຜີວຢ່າງເປັນທາງການ, ຊີມອາຫານພື້ນບ້ານ ແລະ ທ່ຽວຊົມສິນຄ້າໂອດອບ
Editor: ກຳປານາດ ລັດຖະເຮົ້າ