ແຂວງວຽງຈັນ ຍັງມີແຫຼ່ງທ່ອງທ່ຽວທີ່ເກີດຈາກທຳມະຊາດ ສວຍງາມຫຼາຍແຫ່ງ ນັບທັງນໍ້າຕົກຕາກ, ພູຜາປ່າໄມ້ ບັນດາຖໍ້າຫີນ ແລະ ສະຖານທີ່ອື່ນໆທີ່ຫນ້າສົນໃຈ ອີກຫນຶ່ງສະຖານທີ່ ທາງລາຍການມານຳສະເໜີ ເຊັ່ນ: ດານພະ ເຊິ່ງສະຖານທີ່ດັ່ງກ່າວ ແມ່ນກາຍເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ຫນ້າສົນໃຈ ພາຍໃນເມືອງໂພນໂຮງ, ແຂວງວຽງຈັນ. ດານພະ ຕັ້ງຢູ່ເຂດບ້ານຫ້ວຍປຸ່ງ, ເມືອງໂພນໂຮງ, ແຂວງວຽງຈັນ ເປັນແຫຼ່ງທ່ອງທ່ຽວ ທາງທຳມະຊາດ ແລະ ວັດທະນະທຳ ຂອງເມືອງໂພນໂຮງ, ສະຖານທີ່ທ່ອງທ່ຽວ ດ່ານພະ ມີລັກສະນະເປັນພະລານຫີນໃຫຍ່ ອັນມະຫືມາ ທີ່ມີຄວາມງົດງາມ ແລະ ມີຄວາມໜ້າອັດສະຈັນ, ເໝາະສຳລັບນັກທ່ອງທ່ຽວທີ່ມັກແບບທຳມະຊາດ ແລະ ມັກການຖ່າຍພາບ, ນອກນັ້ນ ຍັງມີຮູບແກະສະລັກພະພຸດທະຮູບ ຢູ່ຕາມພະລານຫີນ ໃນຫລາຍຈຸດ ອັນເປັນທີ່ມາຂອງຄຳວ່າ: ດານພະ ໃນສະຖານທີ່ແຫ່ງນີ້ ຍັງມີຮອຍພະພຸດພະບາດ ແລະ ຍັງມີຖໍ້າພະພຸດທະຮູບອີກ ຈຳນວນຫນຶ່ງ ໄວ້ເຄົາລົບບູຊາ. ສະຖານທີ່ທ່ອງທ່ຽວ ດ່ານພະ ເຂດບ້ານຫ້ວຍປຸ່ງ ນັກທ່ອງທ່ຽວ ສາມາດທ່ອງທ່ຽວໄດ້ຕະຫລອດລະດູການ, ເປັນອີກອີກສະຖານທີ່ ທຳມະຊາດສ້າງໄວ້ ເພື່ອເປັນຂອງຂວັນແກ່ ມະນຸດ, ບໍລິເວນອ້ອມຮອບ ມີອາກາດສຸດຊື່ນ, ມີປ່າໄມ້ສີຂຽວປົກຄຸມດ້ານນອກ, ເວລາຫລຽວໄປ-ມາ ກໍ່ຮູ້ສຶກເຢັນສາຍຕາ.
ນັກທ່ອງທ່ຽວ ຜູ້ທີ່ມີຄວາມສົນໃຈ ສາມາດເດີນທາງໄປທ່ອງທ່ຽວ ໄດ້ໃນທຸກລະດູການ, ຮູບແບບການທ່ອງທ່ຽວ ແບບອະນຸລັກທຳມະຊາດ, ສຶກສານິເວດວິທະຍາທຳມະຊາດ ການທ່ອງທ່ຽວແບບເປັນກຸ່ມ ຫລື ແບບທັດສະນະສຶກສາ ການ ຍ່າງປ່າ, ການກິນເຂົ້າປ່າ, ການຖ່າຍພາບທຳມະຊາດ ແລະ ພະລານຫີນ ທີ່ແຝງໄປດ້ວຍຄວາມງາມທີ່ຫນ້າອັດສະຈັນ ແລະ ມີສະເຫນ່ໃນໂຕ.
Editor: ກຳປານາດ ລັດຖະເຮົ້າ