ມະຫານະທີ ສີພັນດອນ ແຂວງຈຳປາສັກ ໄດ້ກາຍເປັນເຂດທ່ອງທ່ຽວທີ່ນິຍົມກັນຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄວາມເປັນສະຖານທີ່ທ່ອງທ່ຽວທີ່ອຸດົມໄປດ້ວຍຊັບພະຍາກອນທາງທຳມະຊາດ ແລະ ລະບົບນິເວດວິທະຍາ.
ອີກທັງທິວທັດທີ່ໂດດເດັ່ນ ແລະ ສວຍງາມ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ພົບເຫັນ ເກີດຈາກທຳມະຊາດ ເຊິ່ງປະກອບດ້ວຍປ່າຕຶບໜາອັນຂຽວງາມ ແລະ ໜ່ວຍພູສູງທຽມຟ້າ, ເມື່ອແນມໄປທາງຕາເວັນຕົກ ຫຼື ທິດໃຕ້ ຈະເຫັນທຳມະຊາດທີ່ກົມກືນເຂົ້າກັບດອນຕ່າງໆ, ຫາດຊາຍ, ປ່າຊາຍ,ເກາະດອນນ້ອຍໃຫຍ່ ເຕັມໄປທົ່ວລຳແມ່ນ້ຳຂອງທີ່ກວ້າງໃຫຍ່, ມີໂງ່ນຫີນ ແລະ ໜ້າຜາທີ່ສະຫຼັບສັບຊ້ອນຈົນກາຍເປັນແຫຼ່ງນ້ຳຕົກຕາດ,ແກ້ງ,ດອນຫຼວງຫຼາຍເກີນທີ່ຈະບັນຍາຍ ແລະທີ່ສຳຄັນ ເຂດມະຫານະທີສີພັນດອນຍັງເປັນທີ່ຕັ້ງຂອງ “ ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ຫຼື ຫຼີຜີ ” ທີ່ມີຊື່ສ່ຽງໂດ່ງດັງພາຍໃນ ແລະ ຕ່າງປະເທດ.
ບໍ່ພຽງເທົ່ານັ້ນ ໃນຮູບນີ້ ແມ່ນນໍ້າຕົກຫົວຄອນໃຫຍ່ ເປັນນ້ຳຕົກອີກແຫ່ງໜຶ່ງທີ່ຫຍິ່ງໃຫຍ່ຂອງສາຍແມ່ນ້ຳຂອງ ຕັ້ງຢູ່ຊາຍແດນ ສປປ ລາວ-ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ຫາກທ່ານໄດ້ມີໂອກາດລົງໄປກໍຢ່າລື່ມແວ່ໄປເບິ່ງໄດ້
ຂອບໃຈຮູບງາມໆໂດຍAnouphon Phomhacsar, Phoonsab Thevongsa
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty
Editor: ກຳປານາດ ລັດຖະເຮົ້າ