ການຜະລິດກະສິກໍາສະອາດ ເປັນທ່າແຮງຫນຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫລວງວຽງຈັນ ເວົ້າລວມ-ເວົ້າສະເພາະແມ່ນເປັນການສົ່ງເສີມວຽກເຮັດງານທໍາ-ອາຊິບຄົງທີ່ ແລະ ມີລາຍຮັບເຂົ້າສູ່ຄອບຄົວ. ເຮັດໃຫ້ປະຊາຊົນໄດ້ມີຊີວິດການເປັນຢູ່ທີ່ດີຂື້ນ. ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ໄປຕາມທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ. ສະເພາະທີ່ນະຄອນຫລວງວຽງຈັນ, ແມ່ນໄດ້ສຸມໃສ່ຊຸກຍູ້ສົ່ງເສີມ ການຜະລິດ ກາຍເປັນສິນຄ້າທີ່ປາຍແຫລມ ແລະ ມາເຖິງປະຈຸບັນ ນະຄອນຫລວງວຽງຈັນ ມີກຸ່ມຜະລິດກະສິກໍາສະອາດ ທັງໝົດ 41 ກຸ່ມ, ເມື່ອບໍ່ດົນມານີ້ ທ່ານ ວາດສະຫນາ ສີຈະເລີນ ຫົວຫນ້າຂະແຫນງປຸກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ກ່າວວ່າ: ເພື່ອຕອບສະຫນອງຕໍ່ມະຕິກອງປະຊຸມ ຂອງອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ 6 ນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງ ແມ່ນໄດ້ສຸມໃສ່ສົ່ງເສີມການຜະລິດ ເປັນສິນຄ້າ ຢ່າງຕັ້ງຫນ້າ, ຊຸກຍູ້ຊາວກະສິກອນ ເພື່ອຫັນເອົາການຜະລິດແບບກຸ່ມຢູ່-ກຸ້ມກິນ ມາເປັນການຜະລິດເປັນສິນຄ້າ ເທື່ອລະກ້າວ ເພື່ອເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ໃນປີ 2020 ຕາມນະໂຍບາຍຂອງພັກ-ລັດຖະບານ ວາງອອກ
ໃນໄລຍະຜ່ານມາ ພະແນກກະສິກໍາ ແລະ ປ່າໄມ້ ໄດ້ສຸມຈັດຕັ້ງກຸ່ມຜະລິດ ເປັນສິນຄ້າ ໄດ້ທັງໝົດ 41 ກຸ່ມ, ໃນນັ້ນກຸ່ມປູກເຂົ້າອິນຊີ ມີ 10 ກຸ່ມ, ມີ 281 ຄອບຄົວ, ຢູ່ເມືອງສັງທອງ , ກຸ່ມປູກພຶດຜັກອິນຊີ 17 ກຸ່ມ, ມີສະມາຊິກ 285 ຄອບຄົວ ໃນເນື້ອທີ 176 ເຮັກຕາ ຢູ່ໃນ 6 ເມືອງ ຄື: ເມືອງຫາດຊາຍຟອງ 6 ກຸ່ມ, ເມືອງໄຊເສດຖາ 2 ກຸ່ມ, ເມືອງສິໂຄດຕະບອງ 1 ກຸ່ມ, ເມືອງໄຊທານີ 6 ກຸ່ມ, ເມືອງປາກງື່ມ 1 ກຸ່ມ ແລະ ເມືອງນາຊາຍທອງ 1 ກຸ່ມ. ທ່ານ ຍັງກ່າວຕື່ມອີກວ່າ: ນອກຈາກການຊຸກຍູ້ດ້ານການຜະລິດແລ້ວ ຄຽງຄູ່ກັນນັນ ດ້ານການຕະຫລາດ ທາງພະແນກກະສິກໍາ ແລະ ປ່າໄມ້ ຍັງໄດ້ມີຄວາມພະຍາຍາມປະສານສົມທົບກັບທຸກພາກສ່ວນ-ອົງການຈັດຕັ້ງຂອງລັດ ແລະ ພາກສ່ວນທຸລະກິດ ໃນການຄົ້ນຄວ້າສະຖານທີ່ຈັດຕະຫລາດການຈໍາຫນ່າຍ ໃຫ້ແກ່ກຸ່ມຜະລິດກະສິກໍາອິນຊີ ເຊີ່ງໃນປະຈຸບັນແມ່ນມີຕະຫລາດຈໍາຫນ່າຍ ຢູ່ທີ່ຕະຫລາດຫ້ວຍຫົງ, ສວນເຈົ້າຟ້າງຸ່ມ ແລະ ສວນໄຊເສດຖາ ( ຫນອງສະພັງເລນ ) ສະເລ່ຍຜົນຜະລິດທີ່ເຂົ້າມາຂາຍໃນແຕ່ລະປີ ປະມານ 300 ກວ່າໂຕນ, ຄິດເປັນມູນຄ່າ 6 ຕື້ກວ່າກີບ, ສະເລ່ຍລາຍຮັບຂອງຊາວກະສິກອນ ສະມາຊິກລະ 80-160 ລ້ານກວ່າກີບ/ປີ.
Editor: ກຳປານາດ ລັດຖະເຮົ້າ