ເມືອງທ່າແຕງ. ແຂວງເຊກອງ ໄດ້ຈັດພິທີເປີດບໍລິການທ່າແຕງ ຟາມ ແລະ ລີສອດ ຢູ່ບ້ານ ກົງຕາຢູນ ໃຫ້ເປັນແຫລ່ງທ່ອງທ່ຽວ ທ່າແຕງຟາມ ແລະ ລີສອດຂອງເມືອງ ໂດຍເປັນປະທານຂອງທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳເຜີຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ-ແຂວງ ເຊກອງ, ມີ ທ່ານ ວິລະກອນ ພົມມະທັດ ຜູ້ອໍານວຍການຂອງທ່າແຕງ ຟາມ ແລະ ລີສອດ,ທ່ານເຈົ້າແຂວງ ຈໍາປາສັກ, ສາລະວັນ, ອັດຕະປື ,ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ນັກທຸລະກິດຜູ້ປະກອບການ ຕະຫຼາດຮອດອຳນາດການປົກຄອງບ້ານ ແລະ ປະຊາຊົນໃນບ້ານອ້ອມຂ້າງເຂົ້າຮ່ວມ.
ທ່ານ ວິລະກອນ ພົມມະທັດ ຜູ້ອໍານວຍການທ່າແຕງ ຟາມ ແລະ ລີສອດ ໃຫ້ກຽດຂຶ້ນລາຍງານໂດຍອີງຕາມແຜນຍຸດທະສາດຂອງການທ່ອງທ່ຽວ ຂອງກະຊວງ ຖະແຫຼ່ງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ກໍ່ຄືແຂວງ,ເວົ້າລວມເວົ້າສະເພາະ ກໍ່ຄືແຜນພັດທະນາການທ່ອງທ່ຽວປີ 2018 ຂອງເມືອງ ທ່າແຕງ ໄດ້ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.ຈາກສະພາບຄວາມເປັນມາຂອງທ່າແຕງ ຟາມ ແລະ ລີສອດ ຫຼື ມີອີກຊື່ໜຶ່ງທີ່ທາງ 4 ແຂວງພາກໄຕ້ລຶ້ງເຄີຍກັນໃນຊື່ ໜອງເຮືອເປັດຫຼືໜອງເປັດ ຈຸດເລີ່ມຕົ້ນຂອງຊື່ສະຖານທີ່ແຫ່ງນີ້ ແມ່ນລິເລີ່ມຈາກການທີ່ມີເຮືອຖີບ 8 ລໍາ,ມີຮູບຊົງຄືເປັດ ທີ່ເຄີຍເປີດບໍລິການມາແລ້ວໄລຍະໜຶ່ງ ແຕ່ຍັງບໍ່ທັນມີຊື່ສະຖານທີ່ເທື່ອ ຈິ່ງເຮັດໃຫ້ຄົນທີ່ມາທ່ຽວ ໄດ້ຍົກເອົາຊື່ຂອງເຮືອເປັດມາຕັ້ງເປັນຊື່ສະຖານທີ່ແທນ ເພື່ອຄວາມເຂົ້າໃຈງ່າຍ ຈົນມາຮອດປະຈຸບັນ ຈິ່ງໄດ້ປ່ຽນຊື່ໃໝ່ເປັນ ທ່າແຕງ ຟາມ ແລະ ລີສອດ,ເຫດຜົນແລະທີ່ມາຂອງຊື່ ທ່າແຕງ ຟາມ ແລະ ລີສອດນີ້ ແມ່ນຢາກໃຫ້ເຫັນແລະສອດຄ່ອງກັບກິດຈະການທີ່ມີເຊັ່ນ: ການລ້ຽງແກະ,ມ້າ,ລ້ຽງປາ,ໄກ່ສາຍພັນ ແລະ ການປູກຝັ່ງ,ເໝາະສົມເປັນບ່ອນຜັກຜ່ອນຕາກອາກາດ ແລະ ເຢັນດີຕະຫຼອດປີ ເຊິ່ງໄດ້ລິເລີ່ມມາແຕ່ປີ 2011, ພາຍຫຼັງຮອດປີ 2013 ຜູ້ອໍານວຍການດັ່ງກ່າວໄດ້ສໍາເລັດການສຶກສາຈາກ ສປ ຈີນ ແລະ ຕາມນິໄສເປັນຄົນເຮັດວຽກແບບອິດສະຫຼະ ເມື່ອໄດ້ເຫັນສະຖານທີ່ແຫ່ງນີ້ ຈິ່ງເກີດມີແນວຄິດໃຫ້ເປັນແຫ່ງທ່ອງທ່ຽວ ບວກກັບຄວາມມັກຮັກໃນອາຊີບນີ້ ພ້ອມທັງໄດ້ປັບປຸງຢ່າງຕໍ່ເນື່ອງເລື້ອຍໆ ຈົນມາເຖິງປະຈຸບັນ ມີກິດຈະກໍາຖີບເຮືອເປັດອ້ອມໜອງ 16 ລໍາ, ພາຍເຮືອຂະຍັກມີ 5 ລໍາ, ຂີ່ມ້າມີ 2 ໂຕ, ໂຫນສະລິງຂ້າມໜອງນໍ້າ ທີ່ມີເຮືອເປັດລອຍໄປມາ,ຊົມແກະ, ຊົມໄກ່ຂາໃຫ່ຍ ນອກນີ້ ຍັງມີບໍລິການອາຫານແບບລາວໆ ແລະ ເຄື່ອງດື່ມໃຫ້ລູກຄ້າທີ່ເຂົ້າມາທ່ຽວຊົມ. ເຊິ່ງແຕ່ລະປີໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວມີຈໍານວນ 1 ພັນກວ່າຄົນ. ຊຶ່ງຕໍ່ໜ້ານີ້ ຍັງຈະສືບຕໍ່ສ້າງສະຖານທີ່ຜັກຜ່ອນຕາກອາກາດສົດ,ສ້າງເປັນລີສອດ-ບ້ານພັກ ເພື່ອຕອບສະໜອງໃຫ້ລູກຄ້າທີ່ມາທ່ຽວຊົມແລ້ວຕ້ອງການຜັກຜ່ອນໄປນໍາ, ໃນນັ້ນ ຈະປະກອບມີສະໂມສອນ ເພື່ອຮອງຮັບໃນການຈັດງານລ້ຽງຂັ້ນເມືອງໄປຈົນເຖິງລະດັບແຂວງ. ເຊິ່ງແຫຼ່ງທ່ອງທ່ຽວແຫ່ງນີ້ ຕັ້ງຢູ່ບ້ານ ກົງຕາຢູນ ເມືອງທ່າແຕງ ແຂວງເຊກອງ ຫ່າງຈາກເທດສະບານເມືອງ ທ່າແຕງ 4 ກິໂລແມັດ.
ພ້ອມນີ້ ກໍ່ໄດ້ຈັດພິທີຕັດແທບຜ້າຂື້ນຢ່າງເປັນທາງການ ໂດຍໃຫ້ກຽດຂອງ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ແລະ ທ່ານ ຄໍາສອນ ກອນເຍີ ເຈົ້າເມືອງ-ເມືອງ ທ່າແຕງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ່ພິຍານ. ເພື່ອນໍາໃຊ້ສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວດ້ານທຳມະຊາດ ທັງສ້າງໃຫ້ມີຫຼາກຫຼາຍກິດຈະກຳເພື່ອເປັນການຮອງຮັບ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຊົມນັບມື້ນັບຫຼາຍຂຶ້ນ.
ທີມຂ່າວເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ