ແຂວງຫົວພັນ ເປັນແຂວງທີ່ມີຊື່ສຽງ ທາງດ້ານປະຫວັດສາດ, ຂອງການປະຕິວັດລາວ, ພ້ອມກັນນັ້ນ ແຂວງຫົວພັນຍັງມີສະຖານທີ່ທ່ອງທ່ຽວ ຫລາຍແຫ່ງ ທີ່ຫນ້າສົນໃຈ ໂດຍສະເພາະແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ. ຫນຶ່ງໃນນັ້ນກໍ່ແມ່ນ ຕາດສະເຫລີຍ ເຊີ່ງເປັນອີກຫນຶ່ງສະຖານທີ່ ທ່ອງທ່ຽວ ທີ່ບໍ່ຄວນພາດ ເມື່ອເວລາເດີນທາງໄປແຂງຫົວພັນ. ຖ້າເວົ້າເຖິງຕາດສະເຫລີ້ຍ ເປັນຕາດທີ່ສວຍງາມ, ພ້ອມມີທຳມະຊາດປ່າໄມ້ອ້ອມຮອບ ແລະ ມີອາກາດເຢັນສະບາຍດີ. ຕາດສະເຫລີຍ ຕັ້ງຢູ່ລະຫວ່າງ ທາງຜ່ານ ບ້ານສະເຫລີ້ຍ ແລະ ບ້ານໂພນໄຊ ຕາມເສັ້ນທາງເລກທີ 6 ( ຊຳເຫນືອ ຫາ ຊຽງຂວາງ ) ຕາດດັ່ງກ່າວ ຕັ້ງຫ່າງຈາກເທດສະບານແຂວງຫົວພັນ 36 ກິໂລແມັດ. ຕາດສະ ເຫລີ້ຍ ແມ່ນມີລັກສະນະເປັນເນີນ ບໍ່ສູງປານໃດ, ມີຄວາມຍາວ ປະມານ 100 ແມັດ, ກວ້າງປະມານ 10 ແມັດ, ມີພັກນໍ້າໄຫລ ໃນຫລາຍຈຸດ ແລະ ສາມາດລົງຫລີ້ນໄດ້.
ໃນລະດູຝົນ ນ້ຳທີ່ໄຫລມາຈະຂຸ້ນ ແຕ່ ໃນລະດູແລ້ງ ນ້ຳໃສດີ ຕາດດັ່ງກ່າວ ສາມາດເດີນທາງມາທ່ຽວຊົມ ໄດ້ຕະຫລອດປີ. ໂດຍສາມາດເດີນທາງມາແບບຫມູ່ຄະນະກໍ່ໄດ້. ຕາດສະ ເຫລີ້ຍ ແມ່ນມີນັກທ່ອງທ່ຽວ ເດີນທາງມາຢ້ຽມຢາມຢູ່ຕະຫລອດ ແຂກໄປ ກາຍມາ ກໍ່ແວລົງຖ່າຍຮູບ. ໃນໄລຍະບຸນປະເພນີ ແລະ ບຸນປີໃຫມ່ລາວ ທີ່ສຳຄັນ ສະຖານທີ່ດັ່ງກ່າວ ແມ່ນມີນັກທ່ອງທ່ຽວເດີນທາງມາຢ້ຽມຊົມເປັນຈຳນວນຫລວງຫລາຍ, ເພາະຕາດດັ່ງກ່າວ ບໍ່ໄກຈາກເສັ້ນທາງ ເຂົ້າໄດ້ດ້ວຍຄວາມສະດວກສະບາຍ. ນອກຈາກນັ້ນ ບໍລິເວນອ້ອມຮອບ ຍັງມີສິ່ງເອື້ອອຳນວຍຫລາຍຢ່າງ ເປັນຕົ້ນ ສະຖານທີ່ຈອດລົດ, ຮ້ານອາຫານ, ແລະ ອື່ນໆ
Editor: ກຳປານາດ ລັດຖະເຮົ້າ