ວັນທີ 14 ເມສາ ທີ່ຜ່ານມາ ຫລາຍແຂວງແມ່ນໄດ້ມີກິດຈະກໍາ ທາງວັດທະນະທໍາ ເຊີ່ງເປັນມື້ທໍາອິດຂອງການສະເຫລີມສະຫລອງບຸນປີໃຫມ່ລາວ ພສ 2561 ນອກຈາກຢູ່ທີ່ນະຄອນຫລວງວຽງຈັນ ຈະໄດ້ມີກິດຈະກໍາແຫ່ພະພຸດທະຮູບ ຄູ່ມີ່ງບ້ານ-ມີ່ງເມືອງ ລົງມາໃຫ້ມວນຊົນໄດ້ຫົດສົງແລ້ວ, ຢູ່ທີ່ແຂວງສະຫວັນນະເຂດ ເພີ່ນກໍ່ກິດຈະກໍາແຫ່ພະພຸດທະຮູບ ແລະ ແຫ່ນາງສັງຂານ ປະຈໍາທ້ອງຖິ່ນ ເຊັ່ນດຽວ ເພື່ອເຮັດໃຫ້ປີໃຫມ່ລາວ ມີບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ທັງເປັນປີທ່ອງທ່ຽວລາວ. ເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ເຖິງວັດທະນະທໍາ ອັນດີງາມຂອງລາວ ກໍ່ຄືທ້ອງຖິ່ນ ໃນແຕ່ລະແຂວງ. ສໍາລັບການແຫ່ນາງສັງຂານ ຖ້າຈະໃຫ້ມີຄວາມສວຍງາມແທ້ແທ້ ແມ່ນຢູ່ທີ່ແຂວງຫລວງພະບາງ ແຕ່ຫນ້າເສຍດາຍ ທາງທີມງານ ຍັງບໍ່ສາມາດນໍາເອົາພາບບັນຍາກາດ ມາໃຫ້ເບີ່ງໃຫ້ຊົມ ໄດ້.
Editor: ກຳປານາດ ລັດຖະເຮົ້າ