ສຳລັບນັກທ່ອງທ່ຽວທ່ານໃດ ຫາກເດີນທາງໄປທ່ຽວແຂວງຫລວງພະບາງ ໃນໄລຍະບຸນປີໃຫມ່ລາວ, ແລ້ວຕ້ອງການຄວາມທ້າທາຍ ໃນແບທຳມະຊາດ. ແລະ ຢູ່ທີ່ແຂວງຫລວງພະບາງ ກໍ່ຍັງມີອີກສະຖານທີ່ທ່ອງທ່ຽວທີ່ທ່ານຕ້ອງການແບບນີ້ ມີຢູ່ທີ່ນ້ຳຕົກຕາດແສ້ ເທົ່ານັ້ນ. ຕາດແສ້ ຖືໄດ້ວ່າເປັນສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ມີຄວາມໂດດເດັ່ນ ນ້ຳຕົກຕາດແມ່ນມີລັກສະນະເປັນພັກໆ, ຊັ້ນໆລຽນກັນ ເຮັດໃຫ້ເວລານ້ຳໄຫລລົງ ມີຄວາມສວຍງາມອີ່ຫລີ ແລະ ເປັນຕາຫນ້າສະອອນ. ເຊິ່ງໃນແຕ່ລະປີ ແມ່ນມີນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເດີນທາງມາທ່ຽວຊົມ ເປັນຈຳນວນຫລວງຫລາຍ ແລະ ໄລຍະທີ່ເຫມາະສົມແກ່ການທ່ອງທ່ຽວ ຄືນັບແຕ່ເດືອນ ກໍລະກົດ ໄປຈົນເຖິງເດືອນ ທັນວາ ຂອງທຸກໆປີ.
ພາຍໃນສະຖານທີ່ທ່ອງທ່ຽວນ້ຳຕົກຕາດແສ້ ຍັງປະກອບດ້ວຍຫລາຍກິດຈະກຳ ທີ່ຫນ້າສົນໃຈ ໄວ້ຄອຍບໍລິການໃຫ້ກັບບັນດານັກທ່ອງທ່ຽວ ທີ່ຄິດຍາກທ້າທາຍ ແລະ ພະຈົນໄປ ເຊັ່ນ: ການບໍລິການຂີ່ຊ້າງເລາະຊົມທຳມະຊາດຕາມບໍລິເວນຕາດແສ້, ການຂີ່ສະລິງ ຫລື ໂອ່ນສະລິງ ເຊິ່ງໃນປະຈຸບັນ ມີເຖິງ 20 ຈຸດ ແລະ ໃນແຕ່ລະຈຸດກໍ່ມີຄວາມແຕກຕ່າງກັນ. ຖ້າຈະຂີ່ໃຫ້ຄົບທຸກຈຸດ ແມ່ນຈະໃຊ້ເວລາ ປະມານ 2 ຊົ່ວໂມງຈິ່ງຈະຄົບ. ນັກທ່ອງທ່ຽວຍັງມີຄວາມເພີດເພີນກັບການຫລີ້ນນ້ຳ, ອາບນ້ຳ ທີ່ໃສໄຫລເຢັນ. ສະຖານທີ່ທ່ອງທ່ຽວນ້ຳຕົກຕາດແສ້ ແມ່ນໄດ້ຮັບການສຳປະທານຈາກອຳນາດການປົກຄອງແຂວງຫລວງພະບາງ ນັບແຕ່ປີ 2007 ເປັນຕົ້ນມາ, ປະຈຸບັນສະຖານທີ່ດັ່ງກ່າວ ມີການບໍລິການທີ່ຫນ້າປະທັບໃຈ ດ້ວຍຫລາຍກິດຈະກຳ ທີ່ເປັນສິ່ງດຶງດູດນັກທ່ອງທ່ຽວ, ໃນແຕ່ລະວັນ ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມສຳຜັດ ຄິດສະເລ່ຍມື້ຫນຶ່ງ ປະມານ 300-400 ຄົນ ໃນວັນທໍາມະດາ, ແຕ່ໃນໄລຍະບຸນປີໃຫມ່ລາວ ນັກທ່ອງທ່ຽວຫລາຍເຖິງ 700-800 ກວ່າຄົນ, ຕາດແສ້ມີຄວາມເຫມາະສົມແກ່ການເດີນທາງມາທ່ອງທ່ຽວຫລາຍທີ່ສຸດ ແລະ ມີຄວາມສວຍງາມຫລາຍທີ່ສຸດ ຄືຢູ່ໃນໄລຍະເດືອນມີຖຸນາ ເປັນຕົ້ນໄປ ຈົນເຖິງ ທ້າຍເດືອນທັນວາ ຂອງທຸກໆປີ, ເພາະມີນ້ຳຫລາຍ, ມີນ້ຳໃສໄຫລເຢັນ, ທຳມະຊາດຂຽວງາມ ແລະ ອື່ນໆ
Editor: ກຳປານາດ ລັດຖະເຮົ້າ