ເພຶ່ອເປັນການສຶບທອດ ປະຕິບັດຕາມຮິດຄອງປະເພນີອັນດີງາມໃນບຸນປີໃຫມ່ລາວ ໃນແຕ່ລະປີ ພໍຮອດມືສັງຂານຂື້ນປີໃຫມ່ລາວ ເຊິ່ງຈະຕົກໃນວັນທີ 16 ເມສາ ຂອງທຸກປີ ຢູ່ທີ່ບໍລິເວນຂອງຫາດຊາຍດອນຈັນ, ນະຄອນຫລວງວຽງຈັນ ຄະນະນໍານະຄອນຫລວງວຽງຈັນ, ຄະນະນໍາເມືອງ ແລະ ບັນດາພໍ່ແມ່ປະຊາຊົນຈາກບ້ານຕ່າງໆ, ຈາກສໍານັກງານອົງການ ແລະ ການຈັດຕັ້ງທຸກພາກສ່ວນ ພາຍໃນນະຄອນຫລວງວຽງຈັນ ແມ່ນໄດ້ພາກັນລັ່ງໄຫລລົງໄປທີ່ບໍລິເວນຫາດຊາຍ ເພື່ອທີ່ຈະໄດ້ນໍາພາກັນຕົບພະຊາຍ ຫລື ກໍ່ພະທາດຊາຍ ໃຫ້ຖືກຕ້ອງຕາມປະເພນີອັນດີງາມ ແລະ ວັດທະນະທໍາ ທີ່ສຶບທອດປະຕິບັດກັນໃນບຸນປີໃຫມ່ລາວ. ສຳລັບການຕົບພະຊາຍດັ່ງກ່າວ ນອກຈາກຈະມີການຕົບພະຊາຍທີຫາດຊາຍດອນຈັນແລ້ວ, ຢູ່ຕາມບໍລິເວນວັດຕ່າງໆແມ່ນໄດ້ນຳເອົາດີນຊາຍເຂົ້າມາເພື່ອທຳພີທີຕົບພະຊາຍເຊັ່ນດຽວກັນ, ພາຍຫລັງເສັດສິນການຕົບພະຊາຍແລ້ວ, ຊາຍທີ່ຂົນເຂົາມາທີວັດຍັງສາມາດນ້ຳໃຊ້ປະໂຫຍດ ໂດຍໂມທານາໃຫ້ກັບວັດ,ເອີ້ນວ່າ ການຄືນດິນ-ຄືນຊາຍໃຫ້ແກ່ວັດ. ຖືວ່າເປັນການທຳບຸນສ້າງກຸສົນອີກຢ່າງຫນຶ່ງໃນປີໃຫມ່ລາວ.
ການຕົບພະຊາຍ ຫລື ພະທາດຊາຍແຕ່ລະຄັ້ງ ບໍວ່າຈະຢູ່ທີ່ວັດແຫ່ງຕ່າງໆ ຫລື ຢູ່ທີ່ບໍລິເວນຫາດຊາຍ, ຫລື ແຄມແມ່ນ້ຳ ມັນຍັງມີຄວາມຫມາຍອັນເລີກເຊິ່ງ ທີ່ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ, ໃນການພ້ອມພຽງຮຽງຫນ້າເປັນຈິດຫນຶ່ງໃຈດຽວ ໃນການສ້າງພະທາດຊາຍ. ພະທາດຊາຍທີ່ຖືກສ້າງຂື້ນແຕ່ລະກອງລ້ວນແຕ່ມີຄວາມສວຍງາມ, ດ້ວຍການປະດັບປະດາ ໄປດ້ວຍດອກໄມ້ທູບທຽນ ແລະ ທຸງທິວທຸງຮູບສັດ 12 ລາສີຕ່າງໆ ຢ່າງສວຍງາມ ແລະ ມີສີສັນອັນແປກຕາ-ແຕກຕ່າງກັນອອກໄປ, ສຳລັບຢູ່ທີ່ຫາດຊາຍດອນຈັນ ແມ່ນໄດ້ມີການປະກວດ ການກໍ່ພະທາດຊາຍ ຫລື ກອງດິນຊາຍທີ່ສວຍງາມ, ໂດຍມີລາງວັນເປັນທີ່ປອບໃຈ ໃນການຊຸກຍູ້ ແລະ ສົ່ງເສີມກຳລັງຈິດກຳລັງໃຈ ໃຫ້ກັບປະຊາຊົນ ຫລື ກຸ່ມບ້ານ ເຊິ່ງໄດ້ສະແດງຄວາມຮັກແພງ ສາມັກຄີ ຄວາມເປັນຈິດຫນຶ່ງໃຈດຽວ ໃນການຮ່ວມແຮງ, ຮ່ວມໃຈ ສ້າງກອງພະທາດຊາຍ ໃຫ້ມີຄວາມສວຍງາມ ແລະ ສ້າງຊື່ສຽງ ເປັນໃບຫນ້າ ໃບຕາ ໃຫ້ກັບບ້ານອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ