ນ້ຳຕົກຕາດເລາະ ແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ສ້າງຄວາມປະທັບໃຈຕໍ່ກັບນັກທ່ອງທ່ຽວ ຫລື ຜູ້ທີ່ເດີນທາງມາທ່ຽວຊົມຫລາຍສົມຄວນ, ເປັນນ້ຳຕົກທີ່ເກີດຈາກສາຍນ້ຳເຊເສັດ ໄຫລເລາະຜ່ານຫມູ່ບ້ານລົງໄປສູ່ແອ່ງນ້ຳເບື້ອງລຸ່ມ,ຊາວບ້ານຈິ່ງເອີ່ນ ວ່າ: ຕາດເລາະ ສະຖານທີ່ທ່ອງທ່ຽວ ຕາດເລາະ ຫ່າງຈາກຕົວເມືອງສາລະວັນ ປະມານ 28 ກີໂລແມັດ ໄປຕາມເສັ້ນທາງ ສາລະວັນ ຫາ ປາກເຊ, ຕາດເລາະ ມີທິວທັດທຳມະຊາດທີ່ສວຍງາມ ມີຕົ້ນໄມ້ໃຫຍ່ຫລາຍຊະນິດ ທີ່ຖືກປົກປັກຮັກສາໄວ້ໃຫ້ຄຽງຄູ່ກັບທຳມະຊາດ. ສາຍນ້ຳຕົກທີ່ມີຫລາຍຊັ້ນ ໄຫລຜ່ານໂຂດຫີນ, ສົ່ງສຽງໃຫ້ເປັນຕາຢາກລົງໄປຫລີ້ນ ໄປອາຍໃຫ້ຊື່ນອົກຊື່ນໃຈ.
ຕາດເລາະ ແມ່ນມີສາຍນ້ຳໄຫລຢູ່ຕະຫລອກປີ ແລະ ເປັນຫນ້າທ່ຽວຊົມຫລາຍທີ່ສຸດ ໃນລະຫວ່າງເດືອນ 5 ຫາ 11 ເຊິ່ງເປັນໄລຍະທີ່ຈະມີສາຍນ້ຳໄຫລທີ່ສວຍງາມ, ນ້ຳໃສສະອາດ ແຕ່ກໍສາມາດເດີນທາງມາທ່ຽວຊົມໄດ້ຕະຫລອດປີ. ນ້ຳຕົກຕາດເລາະ ແມ່ນມີຄວາມແຕກຕ່າງຈາກສະຖານທີ່ຕ່າງໆ ເພາະສະຖານທີ່ນີ້ ແມ່ນປະກອບດ້ວຍທຳມະຊາດອັນສວຍງາມ ແລະ ມີສາຍນ້ຳເຊເສັດ ທີ່ນຳໃຊ້ເຂົ້າໃນການຜະລິດກະແສໄຟຟ້າໃນລາວ ຄື: ເຂື່ອນໄຟຟ້າເຊເສັດ. ເຊເສັດ 1 ແລະ ເຊເສັດ 2. ອ້ອມຮອບບໍລິເວນໃກ້ຄຽງຕາດເລາະ ມີປ່າໄມ້ອຸດົມສົມບູນ, ອາກາດບໍລິສຸດ ແລະ ມີຄວາມສະອາດ ເປັນທຳມະຊາດ ສາມາດທ່ຽວຊົມດ້ວຍການເລາະ ຫລື ຂີ່ຊ້າງທີ່ໃຫ້ບໍລິການ. ຊົມຫມູ່ບ້ານຊົນເຜົ່າ ທີ່ຕັ້ງຖີ່ນຖານໃກ້ກັບແມ່ນ້ຳເຊເສັດ. ຊົມວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ການທຳມາຫາກິນ, ການຫາປາຂອງປະຊາຊົນ ທີ່ມີຄວາມຕິດພັນກັບສາຍນ້ຳແຫ່ງນີ້. ຜູ້ຄົນສ່ວນຫລາຍ ລວມທັງນັກທ່ອງທ່ຽວມັກພາກັນມາທ່ຽວຫລີ້ນ ລົງຫລີ້ນນ້ຳຫລາຍທີ່ສຸດ ໃນໄລຍະບຸນປີໃໝ່ລາວ ຂອງທຸກໆປີ ແມ່ນຫລາຍທີ່ສຸດ ແລະ ງານບຸນທາງພຸດທະສາສະຫນາ, ວັນພັກຜ່ອນຕ່າງໆ
ຖ້າວ່ານັກທ່ອງທ່ຽວ ຫາກຕ້ອງການພັກຜ່ອນຢູ່ກັບທີ່ ເພື່ອທີ່ຈະໄດ້ສຳຜັດກັບທຳມະຊາດແບບຍາວນານ, ໃນບໍລິເວນນ້ຳຕົກຕາດເລາະ ຍັງມີເຮືອນພັກ ແລະ ຣິສອດ ພ້ອມຄອຍບໍລິການສຳລັບນັກທ່ອງທ່ຽວຕ່າງປະເທດທີ່ມັກໃນການພັກຜ່ອນ, ລັກສະນະທີ່ພັກແມ່ນເປັນຕູບນ້ອຍໆ ເຊິ່ງແຕ່ລະຫລັງມີຮູບຊົງຄືເຮືອນລາວ, ໃຫ້ຄວາມສະດວກສະບາຍ ແລະ ມີຄວາມຈົບງາມເປັນເອກະລັກຂອງລາວ. ມີຄວາມທົນທານ ແລະ ແຫນ້ນຫນາ, ລວມທັງຮ້ານອາຫານໃຫ້ບໍລິການ
Editor: ກຳປານາດ ລັດຖະເຮົ້າ