ຟາມນາເດຍ ຫລື ນາເດຍຟາມ ແມ່ນອີກຫນຶ່ງສະຖານທີ່ ທ່ອງທ່ຽວ ທີ່ຫນ້າສົນໃນ ພາຍໃນນະຄອນຫລວງວຽງຈັນ, ເຊີ່ງຟາມດັ່ງກ່າວແມ່ນຕັ້ງຢູ່ບ້ານນາຄູນນ້ອຍ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ. ໂອກາດປີໃຫມ່ລາວ ປີນີ້ແມ່ນພັກຫລາຍວັນ ນັກທ່ອງທ່ຽວສາມາດ ໄປທ່ອງທ່ຽວໄດ້ ອາດຈະໄປແບບສ່ວນໂຕ ຫລື ຄອບຄົວ ກໍ່ໄດ້, ສໍາລັບສິ່ງທີ່ໂດຍເດັ່ນພາຍໃນຟາມນາເດຍ ແມ່ນກວ້າງ ນາເດຍ, ຖືວ່າເປັນສັນຍາລັກຂອງຟາມ ກະວ່າໄດ້. ນອກນັ້ນ ກໍ່ຍັງມີສັດຕ່າງໆ ຈໍານວນຫລາຍ ທີ່ຫາເບີ່ງໄດ້ຍາກ, ເປັນຕົ້ນແມ່ນ ນົກຍຸງ, ເຕົ້າ, ໄກ່ເຈ້ຍ, ມ້າແຄະ, ກວ້າງ, ແຂ້, ງູ,ເຫມັ້ນ, ເຫງັນ, ລິງ, ເປັດນໍ້າ, ແລະ ພິເສດ ຍັງມີນົກກະຈອກເທບ ແລະ ອື່ນໆ. ນອກຈາກນັ້ນ ການຕົບແຕ່ງພາຍໃນຟາມ ກໍ່ຍັງມີຄວາມສວຍງາມແບບສະເພາະ ເຊີ່ງສາມາດຖ່າຍຮູບໄດ້ໃນຫລາຍໆຈຸດ.
ທ່ານນາງ ພອນທິບ ບູລົມ ເຈົ້າຂອງຟາມນາເດຍ ໄດ້ໃຫ້ສໍາພາດກັບທີມງານລາຍການວ່າ: ຟາມນາເດຍ ບໍ່ແມ່ນວ່າມີແຕ່ສັດ ທີ່ຫາເບີ່ງໄດ້ຍາກ ແຕ່ ຍັງມີພິພິທະພັນບູຮານ ທີ່ລວບລວມເອົາ ວັດຖຸເຄື່ອງເກົ່າແກ່ ໄວ້ໃຫ້ນັກທ່ອງທ່ຽວ ໄດ້ສຶກສາຮຽນຮູ້ ເຖິງປະຫວັດຄວາມເປັນມາ ແລະ ການດໍາລົງຊີວິດ ຂອງຄົນບູຮານ ກໍ່ຄືຄົນໃນທ້ອງຖິ່ນ. ນັກທ່ອງທ່ຽວທີ່ເດີນທາງມາ ແມ່ນສາມາດຮຽນຮູ້ໄດ້ຫລາຍສິ່ງຫລາຍຢ່າງ ໃນລັກສະນະແບບຟາມ, ມີສວນສັດ, ມີສວນຄົວ ແລະ ອື່ນໆ ທີ່ສາມາດສຶກສາຮຽນຮູ້ໄດ້ ທີ່ຟາມແຫ່ງນີ້, ນາເດຍຟາມ ຍັງມີຫລາຍສິ່ງຫລາຍຢ່າງ ທີ່ອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ ມີຮ້ານອາຫານ, ສະຫນາມຫລີ້ນເດັກນ້ອຍ, ບ່ອນນັ່ງພັກຜ່ອນ, ບ່ອນຖ່າຍຮູບ ແລະ ນອກຈາກນັ້ນ ຍັງມີການໂຮມເອົາ ລົດແບບເກົ່າໆ ມາໄວ້ທີ່ຟາມແຫ່ງນີ້.
ເນື່ອງໃນໂອກາດປີໃຫມ່ລາວ ປີນີ້ ທ່ານນາງ ພອນທິບ ບູລົມ ເຈົ້າຂອງຟາມ ຍັງຝາກເຖິງນັກທ່ອງທ່ຽວ ແລະ ມວນຊົນ ຫາໂອກາດມາຢ້ຽມຢາມ ແລະ ທ່ຽວຊົມຟາມນາເດຍ ເຊີ່ງເປີດໃຫ້ບໍລິການ ໃນທຸກໆວັນ ຈະມາແບບຫມູ່ຄະນະ ຫລື ແບບຄອບຄົວກໍ່ດີ ເຊີ່ງທາງຟາມຍິນດີຕ້ອນຮັບ ສະຖານທີ່ ບ້ານນາຄຸນນ້ອຍ, ເມືອງນາຊາຍທອງ.
Editor: ກຳປານາດ ລັດຖະເຮົ້າ