ບ່າຍວັນທີ 14 ເມສາ 2018 ຢູ່ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີອັງເຊີນພະພຸດທະຮູບ ສັກສິດ ຄູ່ບ້ານ-ຄູ່ເມືອງ ຊາວນະຄອນຫລວງວຽງຈັນ ລົງມາ ເພື່ອຮ່ວມຂະບວນແຫ່ ແລະ ເຮັດໃຫ້ມວນຊົນ ຊາວນະຄອນຫລວງວຽງຈັນ ໄດ້ມີໂອກາດຫົດສົງ ເພື່ອຄວາມເປັນສີລິມົງຄຸນ ໃນບຸູນປີໃຫມ່ລາວ ພສ 2561, ພິທີດັ່ງກ່າວ ໄດ້ຈັດຂື່ນ ທີ່ວັດອິນແປງ ວໍລະວິຫານ ເຊີ່ງເປັນວັດເກົ່າແກ່ ແລະ ຍັງເປັນວັດ ທີ່ໃຊ້ເຮັດພິທີທາງພຸດທະສາສະຫນາ ໃນບຸນປີໃຫມ່ລາວ.
ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍ ຄະນະນໍານະຄອນຫລວງ, ບັນດາຄະນະນໍາເມືອງ, ພະແນກການ ທີ່ກ່ຽວຂ້ອງ, ມວນຊົນ ເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ. ກ່ອນເລີ່ມພິທີແຫ່ ແມ່ນໄດ້ມີການຫົດສົງພະພຸດທະຮູບກ່ອນ ຫລັງຈາກນັນ ຈິ່ງໄດ້ອັງເຊີນຂື້ນພະຫານະ ທີ່ກຽມໄວ້ ແລ້ວເລີມພິທີແຫ່, ສໍາລັບເສັ້ນທາງທີ່ແຫ່ ແມ່ນເລີມຈາກວັດອິນແປງ ວໍລະວິຫານ ໄປຕາມເສັ້ນທາງເສດຖາທິຣາດ ຈົນເຖິງເຂດນໍ້າພຸ ຈີ່ງໄດ້ໂຄງກັບຂື້ນໄປຕາມເສັ້ນທາງແຄມຂອງ. ພາຍໃນຂະບວນແຫ່ງພະພຸດທະຮູບ ຄັ້ງນີ້ ແມ່ນມີຄວາມສວຍງາມເປັນພິເສດ ນໍາຫນ້າຂະບວນດ້ວຍປ້າຍຂະບວນ, ຕາມດ້ວຍລົດພະພຸດທະຮູບ, ຂະບວນພະສົງ, ຂະບວນບັນດາການນໍານະຄອນຫລວງ, ການນໍາເມືອງ ແລະ ມວນຊົນ, ຕາມດ້ວຍຂະບວນນາງສາວນະຄອນຫລວງວຽງຈັນ, ຂະບວນສີລະປະ-ວັນນະຄະດີ ( ຂະບວນຟ້ອນ) ຂະບວນຊາວຫນຸ່ມ ລວມລວມແລ້ວ ມີມວນຊົນເຂົ້າຮ່ວມ ເກືອບ 2 ພັນຄົນ.
ການແຫ່ຂະບວນພະພຸດທະຮູບ ແມ່ນອີຫຫນື່ງສີສັນ ທີ່ນອນຢູ່ໃນກິດຈະກໍາ ທາງວັດທະນະທໍາ ສະເຫລີມສະຫລອງບຸນປີໃຫມ່ລາວ ເຊີ່ງນະຄອນຫລວງວຽງຈັນ ໄດ້ຈັດຂື້ນ ມາເປັນເວລາ 10 ກວ່າປີແລ້ວ ເຊີ່ງໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວ, ທັງພາຍໃນ ແລະ ຕ່າງປະເທດ, ລວມທັງມວນຊົນຊາວນະຄອນຫລວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ