ສວນຈໍາປາມົງຄຸນ ອີກຫນຶ່ງສະຖານທີ່ທ່ອງທ່ຽວ ທີ່ບໍ່ຄວນພາດ ຕັ້ງຢູ່ພາຍໃນນະຄອນຫລວງວຽງຈັນ ( ບ້ານນາແຄ, ເມືອງໄຊທານີ ) ເປັນສວນດອກຈໍາປາ ທີ່ຮວບຮວມເອົາດອກຈໍາປາໃນທົ່ວໂລກ ມາປູກໄວ້ ໃນສວນແຫ່ງນີ້ ຫລາຍກວ່າ 250 ສາຍພັນ, ມີຫລາຍແບບ-ຫລາຍສີ ທີ່ສວຍງາມ ເປັນເອກກະລັກ, ທັງສາຍພັນຂອງລາວ, ຕ່າງປະເທດ ແຖບອັບຝຣິກກາ, ອາຊີ, ເອີລົບ ແລະ ປະເທດຫມູ່ເກາະຕ່າງໆ.
ໄລຍະນີ້ ສວນຈໍາປາມົງຄຸນ ພວມເປັນໄລຍະ ອອກດອກເບັ່ງບານ ແລະ ສົ່ງກິນຫອມ ເຊີ່ງເປັນໄລຍະ ທ່ອງທ່ຽວ ທີ່ດີທີ່ສຸດ ຕ້ອນຮັບບຸນປີໃຫມ່ລາວ. ເປີດໃຫ່ບໍລິການ ທຸກໆວັນ ນັບແຕ່ເວລາ 10 ໂມງ ຫາ 19 ໂມງ ແລງ. ປະຈຸບັນສວນຈໍາປາມົງຄຸນ ຍັງສ້າງສິ່ງອໍານວຍຄວາມສະດວກຫລາຍສິ່ງຫລາຍຢ່າງ ເພື່ອຮອງຮັບແຂກ ແລະ ນັກທ່ອງທ່ຽວ ທີ່ເດີນທາງມາຢ້ຽມຢາມ ແລະ ທ່ຽວຊົມ. ເປັນຕົ້ນ ມີຮ້ານອາຫານ ທີ່ເປັນຕູບ, ຮ້ານອາຫານຂະຫນາດໃຫຍ່ ທີ່ສາມາດຮອງຮັບແຂກ ໄດ້ເຖິງ 200 ທ່ານ. ອາຫານແຊບ ແລະ ເປັນເອກະລັກ.
ທ່ານນາງ ຈັນທະພອນ ຈັນທະວົງ ຜູ້ຮັບຜິດຊອບລວມ ສວນຈໍາປາມົງຄຸນ ໄດ້ໃຫ້ສໍາພາດວ່າ: ສວນຈໍາປາມົງຄຸນ ປະຈຸບັນ ແມ່ນມີດອກຈໍາປາເບັ່ງບານ ສວຍງາມ ຕ້ອນຮັບປີໃຫມ່ລາວ ເຊີ່ງພາຍໃນສວນ ມີດອກຈໍາປາຫລາຍກວ່າ 250 ສາຍພັນ ແລະ ຈໍານວນຫລາຍເຖິງ 5 ພັນກວ່າຕົ້ນ. ສະນັ້ນ ຈິ່ງເປັນອີກສະຖານທີ່ແຫ່ງຫນຶ່ງ ທີ່ບັນດາທ່ານຄວນຫາໂອກາດມາຢ້ຽມຢາມ ແລະ ຊື່ນຊົມກັບຄວາມງົດງາມ ຂອງດອກຈໍາປາ. ດອກຈໍາປາ ເປັນດອກຈໍາປາ ຖືໄດ້ວ່າເປັນລາຊະນີ ແຫ່ງດອກໄມ້ ເຂດຮ້ອນ ທີ່ມີຄວາມງົດງາມ ເປັນເອກະລັກ, ສໍາລັບ ສປປ ລາວ, ເປັນປະເທດທີ່ມີດອກຈໍາປາທີ່ສວຍງາມ ເອີ່ນວ່າ ຈໍາປາລ້ານຊ້າງ ແລະ ຍັງເອົາດອກຈໍາປາ ເປັນດອກໄມ້ ປະຈໍາຊາດອີກດ້ວຍ. ດອກຈໍາປາ ເປັນດອກໄມ້ ທີ່ມິມາແຕ່ບູຮານນາການ ຕູ່ແຜ່ນດິນລາວລ້ານຊ້າງ ມາຫລາຍ ພັນປີ, ມີຄວາມຜູກພັນ ແລະ ຕິດພັນກັບວິຖີຊີວິດຂອງປະຊາຊົນລາວ ແຕ່ອະດິດ ເຖິງປະຈຸບັນ. ຈົນຖືກນໍາມາແຕ່ງເປັນບົດກອນ-ບົດເພງ ທີ່ມີຊື່ສຽງ ເຊີ່ງໃຜໆກໍ່ຮູ້ຈັກກັນດີ ໃນບົດເພງ: ຈໍາປາເມືອງລາວ.
ທານນາງ ຈັນທະພອນ ຈັນທະວົງ ໃຫ້ຮູ້ຕື່ມອີກວ່າ: ພາຍໃນສວນຈໍາປາມົງຄຸນ ນອກຈາກຈະມີຄວາມສວຍງາມຂອງບັນດາດອກຈໍາປາ ຈາກທົ່ວໂລກ ແລ້ວ ຜູ້ທີ່ຕ້ອງການຍາກໄດ້ໄປປູກໄວ້ ທີ່ສວນຂອງຕົນ ທາງສວນຈໍາປາມົງຄຸນ ຍັງມີເບ້ຍຕົ້ນດອກຈໍາປາ ໄວ້ຈໍາຫນ່າຍໃຫ້ກັບຜູ້ທີ່ຕ້ອງການໄປປູກ, ເນື່ອງໃນໂອກາດປີໃຫມ່ລາວ 2561 ເປັນໄລຍະທີ່ດີ ແລະ ມີຄວາມຫມາຍສໍາຄັນ ເປັນໄລຍະ ທີ່ສວນຈໍາປາ ອອກດອກເບັ່ງບານ ເຕັມສວນ ຈິ່ງຂໍເຊີນຊວນ ບັນດາທ່ານ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເດີນທາງມາຢ້ຽມຢາມ ແລະ ທ່ຽວຊົມ ຄວາມສວຍງາມຂອງດອກຈໍາປາ ທີ່ສວນຈໍາປາມົງຄຸນ ແຫ່ງນີ້ ເຊິ່ງເປີດ ນັບແຕ່ 10 ໂມງເຊົ້າ ຈົນເຖິງ 19 ໂມງແລງ ທຸກວັນ.
ສວນຕັ້ງທີ່ ບ້ານນາແຄ, ເມືອງໄຊທານີ ໄປທາງຄິວລົດໂດຍສານສາຍໃຕ້ ຖະຫນົນ 450 ປີ ຫລື ຈະມາທາງສະຫນາມກິລາແຫ່ງຊາດກໍ່ໄດ້.
Editor: ກຳປານາດ ລັດຖະເຮົ້າ