ຜ່ານການໃຫ້ສໍາພາດ ຂອງ ທ່ານ ສົມພອນ ແສງສຸລີ ເຈົ້າຂອງຟາມມ້າ ເລນໂບ ທີ່ໄດ້ນໍາເອົາມ້າ ລົງມາບໍລິການແກ່ນັກທ່ອງທ່ຽວ ໃນຫາດຊາຍດອນຈັນ ເພື່ອສ້າງສີສັນແກ່ປີທ່ອງທ່ຽວລາວ 2018 ແລະ ການສະເຫລີມສະຫລອງບຸນປີໃຫມ່ລາວ 2561 ທີ່ແຄມຂອງ ບໍລິເວນຫາດຊາຍດອນຈັນ ທີ່ສວຍງາມແຫ່ງນີ້, ເຊີ່ງເປັນອີກຫນຶ່ງກິດຈະກໍາ ທີ່ສ້າງສີສັນ ແລະ ຄວາມຫລາກຫລາຍ ແກ່ບັນດາແຂກ ຫລື ນັກທ່ອງທ່ຽວ ທີ່ຕ້ອງການລອງຊີ່ມ້າ ຫລື ຖ່າຍຮູບ. ການບໍລິການ ຕາມວັນປົກກະຕີ ແມ່ນເລີ່ມແຕ່ ເວລາ 16 ໂມງ ເຖິງ 18 ໂມງແລງ. ເຊີ່ງກິດຈະກໍາ ມີ 3-4 ກິດຈະກໍາ ທີ່ກະກຽມໄວ້ ຄື:
1,/ ນັກທ່ອງທ່ຽວ ທີ່ມາໃຊ້ບໍລິການ ຂີ່ມ້າ ທີ່ບໍມີປະສົບການ ຫລື ບໍ່ເຄີຍຂີ່ມາກ່ອນ ແມ່ນຈະໃຫ້ຂື້ນເທີງຫລັງມ້າ ແລະ ເຈົ້າຂອງມ້າ ຈະຈູງຍ່າງ ພ້ອມທັງຖ່າຍຮູບເປັນທີ່ລະນຶກ.
2,/ ກໍລະນີແຂກທີ່ເຄີຍຂີ່ມ້າ ມາກ່ອນ, ຮູ້ຈັກວິທີການຂີ່, ຮູ້ຈັກການຄວບຄຸມມ້າ ໂ້າຫາກຕ້ອງການຂີ່ເອງ ແມ່ນສາມາດຂີ່ໄດ້ ແຕ່ຕ້ອງຮັບຟັງຄໍາອະທິບາຍ ຈາກຜູ້ຮັບຜິດຊອບກ່ອນ ເພາະມ້າໃນແຕ່ລະຟາມ ແມ່ນມີວິທີການຝຶກສອນ ທີ່ແຕກຕ່າງກັນ ທັງນີ້ ກໍ່ເພື່ອຮັບປະກັນຄວາມປອດໄພ ແກ່ນັກທ່ອງທ່ຽວ.
3,/ ຮັບສອນການຂີ່ມ້າ ໃຫ້ແກ່ຜູ້ທີ່ມີຄວາມສົນໃຈ, ເຊີ່ງເປັນໂປແກຣມ ເສີມ ທີ່ທາງຟາມມ້າ ເລນໂບ ຈັດມີໄວ້ ເພື່ອໃຫ້ບໍລິການແກ່ຜູ້ທີ່ຕ້ອງການຮຽນຂີ່ມ້າໂດຍສະເພາະ ຕາມເງື່ອນໄຂ ຄວາມສະດວກ ເປັນຊົ່ວໂມງ, ຫລື ເປັນອາທິດ ຫລື ເປັນເດືອນໄດ້.
ທ່ານ ສົມພອນ ແສງສຸລີ ກ່າວຕື່ມວ່າ: ໃນໄລຍະບູນປີໃຫມ່ລາວ ຄິດວ່າ ຈະມີນັກທ່ອງທ່ຽວມາຫລາຍ ແລະ ໃຫ້ຄວາມສົນໃຈເປັນພິເສດ ສະນັ້ນ ເມື່ອນັກທ່ອງທ່ຽວ ຕ້ອງການຂີ່ ໃນໄລຍະເຊົ້າ ທາງພວກເຮົາ ພ້ອມໃຫ້ບໍລິການຕໍ່ນັກທ່ອງທ່ຽວ ເພື່ອໃຫ້ໄດ້ມີຄວາມມ່ວນຊື່ນ ໄປພ້ອມໆ ກັບຫລາຍກິດຈະກໍາ ໃນຫາດຊາຍ ດອນຈັນ. ສໍາລັບມ້າ ທີ່ນໍາມາໃຫ້ບໍລິການ ມີທັງໝົດ 7 ໂຕ ທີ່ຜ່ານການຝຶກແອບ ມາເປັນ ຢ່າງດີ ຈາກຟາມ ເລນໂບ, ຮັບປະກັນຄວາມປອດໄພສູງ. ສວ່ນຄ່າບໍລິການ ພຽງຜູ້ລະ 10 ພັນກີບ ເທົ່ານັ້ນຕໍ່ຮອບຫນຶ່ງ. ຖ້າຕ້ອງການຂີ່ອີກ ກໍ່ຈ່າຍອີກ....
ໂອກາດສະເຫລີມສະຫລອງບຸນປີໃຫມ່ລາວນີ້ ທ່ານໃດທີ່ເດີນທາງລົງມາຫລີ້ນ ທີ່ຫາດຊາຍດອນຈັນ ກໍ່ຂໍເຊີນຊວນ ບັນດາແຂກ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ລອງມາຂີ່ມ້າ ສໍາຜັດປະສົບການທີ່ຕື່ນເຕັ້ນ ແລະ ມ່ວນຊື່ນ ໄປພ້ອມໆກັບການຫລີ້ນບຸນປີໃຫມ່ ໃນປີນີ້.
Editor: ກຳປານາດ ລັດຖະເຮົ້າ