ແຂວງຄໍາມ່ວນ ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ທີ່ມີຄວາມສວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍພູຜາ, ປ່າໄມ້, ນໍ້າຕົກຕາດ ແລະ ຖໍ້າທີ່ມີຄວາມສວຍງາມ. ນອກນັ້ນ ຍັງມີຄວາມໂດດເດັ່ນທາງດ້ານວັດທະນະທໍາ ແລະ ຮອງຮອຍທາງດ້ານປະຫັວດສາດ.
ຖໍ້າຄູນແກ້ວ ເປັນແຫລ່ງທ່ອງທ່ຽວອີກແຫ່ງຫນຶ່ງ ທີ່ຍັງຄົງສະພາບຄວາມສົມບູນງົດງາມ ຄວາມເປັນທຳມະຊາດໄວ້ໄດ້ 100% ເນື່ອງຈາກຖືກຄົ້ນພົບ ແລະ ມີການເຂົ້າໄປສຳຫຼວດ ປະມານ 4-5 ປີຜ່ານມາ ແລະ ໄດ້ຮັບການຂຶ້ນບັນຊີເປັນແຫລ່ງທ່ອງທ່ຽວຂອງເມືອງຄູນຄຳ ແຂວງຄຳມ່ວນ ດ້ວຍສະພາບເສັ້ນທາງ ແລະ ການເຂົ້າເຖິງ ຍັງຂ້ອນຂ້າງຍາກຫຼາຍ ຈຶ່ງຍັງບໍ່ທັນໄດ້ປະກາດໃຫ້ເປັນແຫຼ່ງທ່ອງທ່ຽວທີ່ຮັບການສຳຫຼວດ ແລະ ພັດ ທະນາ 100% ສະຖານທີ່ດັ່ງກ່າວ ຈຶ່ງບໍ່ໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ສະນັ້ນ ທາງທີມຂ່າວຂອງພວກເຮົາ ຈຶ່ງໄດ້ນຳມາສະເໜີໃຫ້ກັບບັນດາທ່ານຜູ້ຊົມໄດ້ຮູ້ຈັກ ເພື່ອວ່າຫຼາຍທ່ານຜ່ານໄປຜ່ານມາ ຈະໄດ້ແວ່ຊົມຄວາມງາມຂອງຖໍ້າຄູນແກ້ວ ຂອງພີ່ນ້ອງຊາວເມືອງຄູນຄຳ ແຂວງຄຳມ່ວນ.
Editor: ໜັງສືພິມເສດຖະກິດການຄ້າ