ພະເຈົ້າສິງຄໍາ ເປັນພະເຈົ້າ ທີ່ເກົ່າແກ່ ແລະ ສັກສິດອົງໜຶ່ງ ຢູ່ໃນ ສປປ ລາວ ເຊິ່ງມີອາຍຸໄດ້ ປະມານ 2400 ກວ່າປີແລ້ວ ເປັນທີ່ສັກກາລະບູຊາ ຂອງຊາວລາວ ກໍ່ຄື ຊາວແຂວງອຸດົມໄຊ ເປັນຂວັນບ້ານມິ່ງເມືອງ ແລະ ເປັນມໍລະດົກອັນລ້ຳຄ່າຂອງຊາດ ກໍ່ຄືຂອງແຂວງ. ປະຈຸບັນ ໄດ້ປະດິດສະຖານ ໄວ້ຢູ່ວັດພະເຈົ້າສິງຄຳ, ເທດສະບານ ເມືອງຫຼາ, ແຂວງອຸດົມໄຊ. ເຊິ່ງມີນັກທ່ອງທ່ຽວ ຈຳນວນຫຼວງຫຼາຍ ເຂົ້າກາບໄຫ້ວ ຂໍພອນຕ່າງໆ ຕາມຄວາມປະສົງ ແລະ ຄວາມປາຖະໜາ ຂອງແຕ່ລະທ່ານ ທີ່ເຂົ້າກາບໄຫວ້ຂໍພອນ.
ພະເຈົ້າສິງຄໍາອົງນີ້ ໄດ້ຫຼໍ່ຂຶ້ນຢູ່ລັງກາທະວີບ, ຕຳນານກ່າວໄວ້ວ່າ ປີພຸດທະສັກກະລາດໜຶ່ງຮ້ອຍ (100) ແລະ ພະເຈົ້າສິງຄຳ ໄດ້ປະກົດຢູ່ປະເທດລາວ ໃນປີ ພສ 868 ພະເຈົ້າສິງຄຳ ໄດ້ປະກົດຕົວຢູ່ເຂດລ້ອງແມ່ນ້ຳພາກ, ເມືອງຫຼາ, ແຂວງອຸດົມໄຊ ໃນປີ ຄສ 1355. ພະເຈົ້າສິງຄຳອົງນີ້ ຈັດໄດ້ເປັນໜຶ່ງໃນ 5 ຂອງພະພຸດທະຮູບ ທີ່ມີອຳນາດ ແລະ ເດັ່ນທີ່ສຸດ ທາງດ້ານພຸດທະສາສະໜາ ເຊິ່ງຫ້າພະພຸດທະຮູບດັ່ງກ່າວ ມີຄື: 1. ພະຄ້ອງ, 2. ພະຫີນ, 3. ພະນັກ , 4. ພະສຳລິດ, 5. ພະເຈົ້າສິງຄຳ. ມາຮອດ ສະຕະວັດທີ 14 ພະເຈົ້າສິງຄຳ ໄດ້ຖືກສົ່ງໄປຍັງ ເມືອງຊຽງຮຸ່ງ (ສິບສອງພັນນາ-ໄທລື້) ປະເທດຈີນ ໂດຍ ເຈົ້າຟ້າງຸ່ມ. ຈຸດປະສົງ ແມ່ນເພື່ອສືບຕໍ່ຂະຫຍາຍສາດສະໜາ ແລະ ເສີມສ້າງຄວາມສັດທາ ໃຫ້ແກ່ບັນດາຊາວພຸດ ຢູ່ເຂດຫ່າງໄກອານາຈັກຂອງພະອົງ. ແຕ່ເຮືອທີ່ກຳລັງນຳສົ່ງ ພະເຈົ້າສິງຄຳຢູ່ນັ້ນ ໄດ້ຖືກທຳລາຍໃນທ່າມກາງການຕໍ່ສູ້ ທີ່ຮຸ່ນແຮງ ຕາມລ້ອງນ້ຳພາກ ແລະ ພະເຈົ້າສິງຄຳ ໄດ້ຈົມລົງໃນນ້ຳ ເປັນເວລານານສົມຄວນ ທີ່ຢູ່ລະຫວ່າງ ກາງຊາຍແດນຂອງເມືອງຫຼາ ແລະ ເມືອງຂວາ. ຕໍ່ມາມີຄົນຢູ່ ບ້ານຫາດນາງ, ເມືອງຂວາ, ແຂວງຜົ້ງສາລີ ຊື່ວ່າ ທ້າວ ແສນສວາກ ໄດ້ຄວ່າງແຫ ລົງໄປໃນວັງ ແລ້ວກໍ່ພົບເຫັນພະເຈົ້າສິງຄໍາ, ຫຼັງຈາກນັ້ນ ເລື່ອງລາວຂອງພະພຸດທະຮູບດັ່ງກ່າວໄດ້ກາຍເປັນຂ່າວລືໄປທົ່ວບ້ານ ທີ່ໄກ້ຄຽງ ຢູ່ເຂດເມືອງຫຼາ ແລະ ເມືອງຂວາ. ຫຼັງຈາກນັ້ນ ທັງຝ່າຍເມືອງຫຼາ ແລະ ເມືອງຂວາ ໄດ້ຊ່ວຍກັນ ດຶງພະເຈົ້າສິງຄຳອົງນີ້ຂຶ້ນຈາກວັງນ້ຳ ແລະ ໃຜໆກໍ່ຢາກເອົາມາໄວ້ບູຊານົບໄຫວ້, ທັງສອງຝ່າຍເກີດ ມີຄວາມຂັດແຍ່ງກັນຂຶ້ນ ໃຜກໍ່ຢາກເອົາມາເປັນຂອງຕົນເອງ. ເມື່ອເປັນແນວນັ້ນ ຈຶ່ງຕົກລົງກັນ ສ່ຽງເອົາດ້ວຍບຸນ, ດ້ວຍວິທີອາລາດທະນາ ໂດຍເອົາພະພຸດທະຮູບອົງນີ້ ເຂົ້າໃສ່ເຮືອ ແລ້ວອະທິຖານວ່າ ພະພຸດທະຮູບອົງນີ້ ໄຫຼລົງໄປທາງໃຕ້ໃຫ້ເປັນຂອງ ເມືອງຂວາ (ຝ່າຍໃຕ້) ແລະ ຖ້າຫາກໄຫຼໄປທາງເໜືອ ໃຫ້ເປັນຂອງເມືອງຫຼາ (ຝ່າຍເໜືອ). ພໍອະທິຖານແລ້ວ ກໍ່ປ່ອຍເຮືອ ສູ່ກາງວັງນ້ຳ, ແຕ່ໜ້າອັດສະຈັນ ເຮືອໄດ້ທວນກະແສນ້ຳ ຂຶ້ນເມືອທາງເໜືອ, ດັ່ງນັ້ນ ພະພຸດທະຮູບອົງນີ້ ຈຶ່ງໄດ້ຕົກເປັນ ຂອງຝ່າຍເໜືອ(ເມືອງຫຼາ). ຫຼັງຈາກ ພະເຈົ້າສິງຄໍາ ຕົກເປັນຂອງຝ່າຍເມືອງຫຼາແລ້ວ, ເຂົາເຈົ້າໄດ້ຫາມພະເຈົ້າສິງຄຳຂຶ້ນຕາມລ້ອງນ້ຳພາກ ເພື່ອເຂົ້າສູ່ບ້ານ; ແຕ່ມາຮອດແຄມຝັ່ງນ້ຳໃກ້ພູເຂົາຄວາຍ (ພູທີ່ວັດພະເຈົ້າສິງຄຳຕັ້ງຢູ່ປະຈຸບັນນີ້) ພະເຈົ້າສິງຄຳອົງນີ້ ໄດ້ເກີດມີຄວາມໜັກຂຶ້ນຈົນຫາມ ແລະ ຍົກຂຶ້ນບໍ່ໄດ້. ຫຼັງຈາກນັ້ນ ໄດ້ມີການທຳນາຍເບິ່ງ ໂດຍອີງໃສ່ຜົນການທຳນາຍ, ພະເຈົ້າສິງຄຳອົງນີ້ ແມ່ນມີຄວາມຕ້ອງການທີ່ຈະສະຖິດ ແລະ ຕັ້ງຖິ່ນຖານ ຢູ່ພູເຂົາຄວາຍແຫ່ງນີ້. ສະນັ້ນ ຊາວເມືອງຫຼາ ຈຶ່ງໄດ້ສ້າງວັດຂຶ້ນ ຢູ່ຈອມພູເຂົາຄວາຍ ແລະ ໄດ້ນຳເອົາພະເຈົ້າສິງຄຳອົງນີ້ ໄປສະຖິດຢູ່ວັດດັ່ງກ່າວ. ສະນັ້ນ ຈຶ່ງເອີ້ນວ່າ: ວັດພະເຈົ້າສິງຄຳຈົນ ເຖິງປະຈຸບັນນີ້.
Editor: ດາວໄຊ ສີວິໄລ