ແຂວງເຊກອງ ຈະເອົາ ໃຈໃສ່ຄຸ້ມຄອງການບໍລິການ ຂອງບັນດາຮ້ານອາຫານ, ໂຮງແຮມ, ສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ໄປຕາມລະບຽບທີ່ອໍານາດການປົກ ຄອງແຂວງ ກໍຄື ລັດຖະບານ ໄດ້ວາງອອກ, ໂດຍຖືເອົາວຽກ ງານການ ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວ ແລະ ເປີດກວ້າງການລົງທຶນທັງພາຍໃນ ແລະ ຕ່າງປະເທດ. ພາຍຫລັງເປີດປີທ່ອງທ່ຽວລາວ 2018 ສະເພາະແຂວງ, ຄາດຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 50,000 ຄົນ.
ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ ວ່າ: ອໍານາດການປົກຄອງ ແຂວງຈະຖືເອົາວຽກງານ ທ່ອງທ່ຽວ ເປັນຂະແໜງບູລິມະສິດໜຶ່ງ ເພື່ອຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມ ທິດທ່ອງທ່ຽວສີຂຽວ ໂດຍໄດ້ກໍານົດເອົາທ່າແຮງການທ່ອງທ່ຽວດ້ານປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ແລະ ການທ່ອງ ທ່ຽວທາງດ້ານກະສີກໍາ-ຫັດຖະກໍາ ເປັນຍຸດທະສາດທີ່ສໍາຄັນ ເພື່ອດຶງດູດ ແລະ ຮອງຮັບ ນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວ ພາຍໃນແຂວງ. ສໍາລັບ ສະຖານທີທ່ອງທ່ຽວ ທີ່ໄດ້ຮັບການພັດທະນາແລ້ວ ມີ 37 ແຫ່ງ. ໃນນັ້ນ, ມີບ່ອນທ່ອງທ່ຽວປະຫວັດສາດ 9 ແຫ່ງ, ວັດທະນະທໍາ 6 ແຫ່ງ, ທໍາມະຊາດ 19 ແຫ່ງ ແລະ ແຫລ່ງທ່ອງທ່ຽວກະສີກໍາ 3 ແຫ່ງ, ພ້ອມດຽວກັນນັ້ນ ກໍມີບັນດາ ໂຮງແຮມ, ເຮືອນພັກສາມາດ ຮອງຮັບແຂກໄດ້ຫລາຍ. ພ້ອມ ນີ້, ແຫລ່ງທ່ອງທ່ຽວທີ່ພົ້ນ ເດັ່ນ ຂອງແຂວງ ແລະ ໄດ້ຮັບ ການພັດທະນາແລ້ວມີນໍ້າຕົກ ຕາດແຝກ, ຕາດຫົວຄົນ, ຕາດເຮ້ຍ ແລະ ອື່ນໆ. ສ່ວນແຫລ່ງທ່ອງທ່ຽວທາງດ້ານກະສີກໍາ ທີ່ໄດ້ຮັບຄວາມນິຍົມກໍແມ່ນ ການປູກຜັກເປັນສິນຄ້າຢູ່ ບ້ານ ຫລັກຂາວ, ລີສອດກາເຟສີໜຸກ ທີ່ມີຊື່ສຽງ, ການປູກໜໍ່ໄມ້ ຫວານເປັນສິນຄ້າ, ພິເສດຢູ່ ເມືອງດາກຈຶງ ຍັງມີການສົ່ງເສີມປະຊາຊົນປູກໂສມ ທີ່ມີ ຄຸນນະພາບດີອັນເປັນເອກະລັກຂອງທ້ອງຖິ່ນ ແລະ ອື່ນໆ.
ແຂວງເຊກອງຍັງ ເປັນວົງແຫວນການທ່ອງທ່ຽວ ຢູ່ພາກໃຕ້ ເຊິ່ງເຫັນວ່າ ນັກທ່ອງທ່ຽວມາທ່ຽວແຂວງຈໍາປາສັກແລ້ວ ກໍສາມາດເຂົ້າມາ ທ່ຽວແຂວງເຊກອງໄດ້ນັບມື້ຫລາຍຂຶ້ນ. ແຂວງເຊກອງໄດ້ ເປີດປີທ່ອງທ່ຽວລາວ ຜ່ານ ມາແລ້ວ 2 ຄັ້ງ ເຫັນໄດ້ວ່າ ສະຖິຕິນັກທ່ອງທ່ຽວມີຈໍານວນເພີ່ມຂຶ້ນໃນ ປີ 2012 ໄດ້ມີນັກທ່ອງທ່ຽວ 22 ພັນກວ່າ ຄົນ ແລະ ໃນປີ 2017 ມີນັກທ່ອງທ່ຽວເພີ່ມຂຶ້ນເປັນ 38 ພັນກວ່າຄົນ ມີລາຍຮັບເຖິງ 7 ລ້ານກວ່າໂດລາສະຫະລັດ; ໃນປີ 2018 ທາງແຂວງຄາດວ່າ ຈະມີລາຍ ຮັບຈາກການທ່ອງທ່ຽວ 8 ລ້ານກວ່າໂດລາສະຫະລັດ, ຮອດປີ 2020 ຄາດຈະສ້າງ ລາຍຮັບໄດ້ 16 ລ້ານກວ່າໂດລາສະຫະລັດ ແລະ ດຶງດູດ ນັກທ່ອງທ່ຽວໃຫ້ໄດ້ 82 ພັນກວ່າຄົນ.
Editor: ທອມ ສີວິໄລ