ຖໍ້າຂຸນລາງ ຕັ້ງຢູ່ບ້ານຫ້ວຍສ້ານ ເມືອງກາສີ ແຂວງວຽງຈັນ ຫ່າງຈາກເທດສະບານເມືອງ ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ 18 ກິໂລແມັດ. ຢູ່ໃນເຂດປ່າສະຫງວນ ຂອງເມືອງກາສີ, ສາມາດເຂົ້າໄປເຖິງດ້ວຍລົດ ຫຼື ຍ່າງ, ມີນ້ຳຕົກຕາດຊື່ ວ່າ: “ນໍ້າຫ້ວຍຕາດ” ໄຫຼທຸກລະດູການ, ຢູ່ໃນຖ້ຳມີຫີນງອກ, ຫີນຍ້ອຍ ເປັນຊວດຊົງຮູບຮ່າງຕ່າງໆ ທີ່ສວຍງາມແຕກຕ່າງກັນ.
ຖ້ຳຂຸນລາງນີ້ ຍັງມີຊື່ສຽງ ທາງດ້ານນິທານ ທີ່ເລົ່າສືບຕໍ່ກັນມາຫຼາຍຍຸກຫຼາຍສະໄໝ ທີ່ກ່ຽວພັນກັບເລື່ອງ “ຂຸນລູນາງອົ້ວ”. ຖໍ້າຂຸນລາງ” ອີກໜຶ່ງສະຖານທີ່ທີ່ໜ້າທ່ອງທ່ຽວອັນງົດງາມຂອງທໍາມະຊາດ ຂອງເມືອງກາສີ ແຂວງ ວຽງຈັນ ທ່ານໃດທີ່ກາຍໄປກາຍມາເສັ້ນທາງຕັດໃໝ່ ກາສີ-ເມືອງນານ ຢ່າລືມແວ່ຊົມຄວາມງົດງາມຂອງທຳມະຊາດ ເພື່ອສົ່ງເສີມການທ່ອງທ່ຽວຂອງລາວເຮົາ ເຊິ່ງຫ່າງຈາກນະຄອນຫຼວງພຽງ 240 ກິໂລແມັດ ແລະ ຫ່າງຈາກວັງວຽງ ພຽງ 78 ກິໂລແມັດ.
Editor: ດາວໄຊ ສີວິໄລ