ແຂວງຄໍາມ່ວນ ເປັນແຂວງໜຶ່ງໃນ 6 ແຂງພາກກາງຂອງປະເທດລາວ ແລະ ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ທີ່ມີຄວາມສວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍພູຜາ, ປ່າໄມ້ ແລະ ນໍ້າຕົກຕາດທີ່ມີຄວາມໂດດເດັ່ນ ແລະ ສວຍງາມ. ນອກນັ້ນ ຍັງມີຄວາມໂດດເດັ່ນທາງດ້ານວັດທະນະທໍາ ແລະ ຮອງຮອຍທາງດ້ານປະຫັວດສາດ. ເມື່ອເວົ້າເຖິງສະຖານທີ່ທ່ອງທ່ຽວຂອງແຂວງຄຳມ່ວນ ແມ່ນເປັນແຂວງທີ່ມີສະຖານທີ່ທ່ອງທ່ຽວຢ່າງຫຼວງຫຼາຍ ແລະ ສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມພາຍໃນແຂວງເປັນຈຳນວນຫຼາຍພໍສົມຄວນ.
ຖໍ້າພະຕັ້ງຢູ່ເຂດບ້ານນາຊ້າງ ແຂວງຄໍາມ່ວນ ໄປຕາມເສັ້ນທາງເລກທີ 12, ຫ່າງຈາກຕົວເມືອງທ່າແຂກ ປະມານ 14 ກິໂລແມັດ ພາຍໃນຖໍ້າດັ່ງກ່າວມີພະພຸດຖະຮູບຈໍານວນຫຼວງຫລາຍເຖິງ 229 ອົງ ເຊິ່ງລ້ວນແຕ່ມີອາຍຸເກົ່າແກ່ກວ່າ 600 ປີ ຢູ່ດ້ານໃນຂອງຖໍ້າມີປາຝາທີ່ສວຍງາມ ຈຶ່ງໄດ້ຊື່ວ່າຖໍ້າຫນອງປາຝາ, ຖໍ້ານີ້ມີລັກສະນະເປັນຖໍ້າສອງຊັ້ນຢອງກັນຢູ່ຊັ້ນເທິງແມ່ນຖໍ້າແຫ້ງ, ມີພະພຸດທະຮູບຂະໜາດນ້ອຍ-ໃຫ່ຍເກົ່າແກ່ປະດິດສະຖານຢູ່ຕາມພັກຄ້າຍຄືຂັ້ນໄດ ແລະ ຖໍ້າດ້ານລຸ່ມແມ່ນມີນໍ້າໄຫລລອດອອກມາຈາກຫນອງປາຝາ, ທັງສອງມີຄວາມຍາວປະມານ 200 ແມັດ ເຊິ່ງມີຄວາມງົດງາມຫລາຍເຕັມໄປດ້ວຍຫີນຍ້ອຍ, ຫີນງອກ ຫລາກຫລາຍຂະຫນາດ ມີຮູບຮ່າງທີ່ແຕກຕ່າງກັນໄປ ຢັ່ງຢາຍໄປຕາມຖໍ້າ.
ນອກນັ້ນ ແຂວງຄໍາມ່ວນ ຍັງມີຄໍາຂັວນກ່ຽວກັບປີທ່ອງທ່ຽວລາວວ່າ: ‘’ທ່ອງທ່ຽວເມືອງລາວ ມ່ວນຊື່ນສຸດໃຈ ໃສ່ໃຈສິ່ງແວດລ້ອມ ທ່ອງທ່ຽວເມືອງລາວ ຮຽນຮູ້ປະຫວັດສາດລາວ ຊື່ນຊົມທຳມະຊາດ ອະນຸລັກວັດທະນະທຳ ທ່ອງທ່ຽວຄຳມ່ວນ ດິນແດນເຊື່ອງຊ້ອນ ຊັບພະຍາກອນລໍ້າຄ່າ ທີ່ຕ້ອງຊອກຫາ”.
Editor: ດາວໄຊ ສີວິໄລ