ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດພິທີເປີດແຫຼງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຜົ່າ ຕິດພັນກັບປີີທ່ອງທ່ຽວລາວ ໃນວັນທີ 18 ເມສາ 2018 ນີ້ ຢູ່ທີວັດຖໍ້າອຸຕຸມຄໍາ ບ້ານຂິ່ງ ເມືອງຊຽງຮ່ອນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸນພັກ ອິນທະປັນຍາ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີ ທ່ານ ສໍາລານ ແປງສະຫວ່າງ ເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ, ມີການນໍາຂັ້ນແຂວງ, ເມືອງ, ບັນດາເມືອງອ້ອມຂ້າງ, ອຳນາການປົກຄອງບ້ານ, ນັກທຸລະກິດພໍ່ຄ້າຊາວຂາຍຕະຫລອດຮອດມ່ວນຊົນເຂົ້າຮ່ວມ
ໃນພິທີ ທ່ານ ນາງ ວັນນາ ພົມວິສອນ ຮອງເຈົ້າເມືອງໆຊຽງຮ່ອນໄດ້ລາຍງານຄວາມພ້ອມໃນການເປີດແຫຼ່ງທ່ອງທ່ຽວທຳມະຊາດຂອງເມືອງ ຕິດພັນກັບປີທ່ອງທ່ຽວລາວ 2018 ຢູ່ເມືອງຊຽງຮ່ອນ ແລະ ທ່ານ ສໍາລານ ແປງສະຫວ່າງ ເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ ໄດ້ຂື້ນກ່າວເປີດແຫຼງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຜົ່າຂື້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ຊາວລາວ ກໍ່ຄືຊາວມືອງຊຽງຮ່ອນ ພວມເບີກບານມ່ວນຊື່ນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2561 ຢ່າງເປັນຂະບວນຟົດຟື້ນ ຕິດພັນກັບວິໄສທັດຂອງເມືອງທີ່ວ່າ ສ້າງເມືອງຊຽງຮ່ອນ ໃຫ້ກາຍເປັນເມືອງຜະລິດກະສິກຳເປັນສິນຄ້າ ຕິດພັນກັບອຸສາຫະກຳປຸງແຕ່ງເພື່ອສົ່ງອອກ ສົ່ງເສີມຫັດຖະກຳທີ່ເປັນມູນເຊື້ອ ບໍລິການທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳເຜົ່າ ຈຶ່ງໄດ້ກຳນົດເອົາວັດຖໍ້າ ອຸຕູມຄຳ ເປັນຖໍ້າທຳມະຊາດ ທີ່ເກີດຂື້ນມາແຕ່ດຶກດຳບັນ ຕາມການສັນນິຖານເກີດຂື້ນມາຫຼາຍ ພັນປີແລ້ວມີປ່າໄມ້ປົກຄຸມ 16 ເຮັກຕ້າ ເໝາະສົມໃນການນັ່ງຫລີ້ນ, ພັກຜ່ອນ ແລະ ເປັນບ່ອນສັກກະລະບູຊາ ຈຶ່ງໄດ້ເປີດສະຖານທີ່ດັ່ງກ່າວເປັນບ່ອນທ່ອງທ່ຽວທຳມະຊາດຂອງເມືອງຂື້ນຢ່າງເປັນທາງການ ເພື່ອເປັນການໂຄສະນາປະຊາສຳພັນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ມາຮູ້ຈັກສະຖານທີ່ທ່ອງທ່ຽວທຳມະຊາດແຫ່ງນີ້, ພາຍໃນງານຄະນະປະທານແຂກຖືກເຊີນໄດ້ຮ່ວມລັ່ນຄ່ອງ 9 ບາດ ຕັດແຖບຜ້າເປີດງານ ແລະ ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິນລະປະວັນນະຄະດີຂອງນ້ອງນ້ອຍນັກຮຽນ, ການປະກວດອາຫານພື້ນບ້ານແຕ່ລະບ້ານ, ທ່ຽວຊົມການວາງສະ
ແດງສິນຄ້າຫັດຖະກໍາ ແລະ ທ່ຽວຊົມສະຖານທີ່ດັ່ງກ່າວດ້ວຍບັນຍາກາດມ່ວນຊື່ນ.
Editor: ເມືອງຊຽງຮ່ອນ