ພິທີປະກາດສ້າງຕັ້ງນະຄອນຫຼວງພະບາງ ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ່ 15 ເມສາ 2018 ນີ້ ຢູ່ໜ້າຫໍພິພິຕະພັນແຫ່ງຊາດຫຼວງພະບາງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ການນໍາພັກ-ລັດຂັ້ນສູງ, ການນຳຂອງແຂວງ, ເມືອງ, ແຂກທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນແຂວງຫຼວງພະບາງເປັນຈຳນວນຫຼວງຫຼາຍ.
ພິທີເລີ່ມຕົ້ນຂື້ນໂດຍການຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ເລກທີ່ 126/ນຍ ລົງວັນທີ່ 11 ເມສາ 2018 ວ່າດ້ວຍການສ້າງຕັ້ງນະຄອນຫຼວງພະບາງ ໂດຍ ທ່ານ ຄໍາມູນ ວິວົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ປະກອບມີ 5 ມາດຕາ ໂດຍສະເພາະມາດຕາ 1 ເວົ້າເຖິງການສ້າງຕັ້ງ ນະຄອນ-ຫຼວງພະບາງ ປ່ຽນແທນ ເມືອງຫຼວງພະບາງ ເຊິ່ງເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັບເມືອງ ຂື້ນກັບແຂວງຫຼວງພະບາງ, ມີເນື້ອທີ່ ທັງໝົດ 761 ກິໂລຕາແມັດ, ປະກອບມີ 114 ບ້ານ ແລະ ມີພົນລະເມືອງທັງໝົດ 97.760 ຄົນ ຍິງ 48.167 ຄົນ, ຈາກນັ້ນ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງລວງພະບາງ ໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງນະຄອນ ຫຼວງພະບາງ ບາງຕອນວ່າ: ການທີ່ອົງການປົກຄອງແຂວງ ຄົ້ນຄວ້າ ແລະ ນຳສະເໜີຍົກຖານະເມືອງຫຼວງພະບາງ ຂື້ນເປັນນະຄອນ ເພື່ອເຮັດໃຫ້ການເຊື່ອມໂຍງ ແລະ ພົວພັນຮ່ວມມື ລວມທັງການຊ່ວຍເຫຼືອດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບການພັດທະນາສ້າງ ນະຄອນຫຼວງພະບາງ ໃຫ້ກາຍເປັນນະຄອນສີຂຽວ, ສະອາດງາມຕາ, ໜ້າຢູ່ ແລະ ໜ້າທ່ຽວຊົມ ຕິດພັນກັບການປົກປັກຮັກ ສາສິ່ງແວດລ້ອມແບບຍືນຍົງ.
ຈາກນັ້ນ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງລວງພະບາງ ໄດ້ຂື້ນປະກາດ ເມືອງຫຼວງພະບາງ ເປັນນະຄອນຫຼວງພະບາງຢ່າງເປັນທາງການ ພ້ອມທັງຮຽນເຊີນທ່ານປະທານປະເທດໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປັນສີລິມຸງຄຸນ.
ພິທີປະກາດສ້າງຕັ້ງຫຼວງພະບາງເປັນນະຄອນ ໄດ້ຈັດຂື້ນພ້ອມກັນກັບການຈັດງານບຸນປີໃໝ່ລາວທີ່ແຂວງຫຼວງພະບາງກຳນົດເອົາເປັນກິດຈະກຳຫຼັກ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018.
Editor: ຕະວັນ ແສງສະຫວັນ