ປັດຈຸບັນ ສັງເກດເຫັນວ່າມີນັກທ່ອງທ່ຽວຊາວຕ່າງປະເທດ ພາກັນລັ່ງໄຫຼເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວຂອງປະເທດລາວເຮົານັບມື້ຫຼາຍຂຶ້ນ ບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ທີ່ຢັງຢາຍຢູ່ແຕ່ເໜືອຮອດໃຕ້. ສຳລັບແຂວງສາລະວັນເອງ ກໍ່ເປັນອີກແຂວງໜຶ່ງ ທີ່ນອນຢູ່ໃນ 4 ແຂວງພາກໃຕ້ ທີ່ມີນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ ດິນແດນແຫ່ງນີ້ໄດ້ເຊື່ອງຊ້ອນຄວາມສວຍງາມທາງທຳມະຊາດ ເຊິ່ງປະກອບດ້ວຍສິລະປະ ທີ່ປະສົມປະສານຄວາມເກົ່າແກ່ຂອງວັດທະນະທຳທີ່ມີມາແຕ່ດົນນານ, ອັນໄດ້ເອກອ້າງເຖິງມູນເຊື້ອທີ່ເຄີຍມາເຮັດໃຫ້ຍັງຄົງສາມາດຮັກສາວິຖີຊີວິດ, ບັນຍາກາດ, ກິ່ນອາຍຂອງການດໍາລົງຊີວິດ, ກິ່ນອາຍຂອງທໍາມະຊາດ ທີ່ຍັງຄົງຄວາມອຸດົມສົມບູນໄດ້ເປັນຢ່າງດີ ໂດຍສາມາດບົ່ງບອກໄດ້ເຖິງເອກະລັກທີ່ຍັງຄົງຄຸນຄ່າບໍ່ຈາງຫາຍ ເຊັ່ນດຽວກັນກັບສະຖານທີ່ທ່ອງທ່ຽວທາງທຳມະຊາດແຫ່ງນີ້ ນັ້ນກໍ່ຄື ຕາດໄມ້ເຮ້ຍ ຫຼື ນໍ້າຕົກຕາດໄມ້ເຮ້ຍນັ້ນເອງ. ຕາດໄມ້ເຮ້ຍ ຕັ້ງຢູ່ ບ້ານພໍ່ເຂັມ, ເມືອງສາລະວັນ, ແຂວງສາລະວັນ ຫ່າງຈາກເທດສະບານເມືອງ 25 ກິໂລແມັດ. ແຕ່ກ່ອນເອີ້ນວ່າ: “ຕາດລາ” ແຕ່ປັດຈຸບັນ ເອີ້ນວ່າ ຕາດໄມ້ເຮ້ຍ, ແຕ່ກ່ອນ ຢູ່ໃນຕາດ ມີ “ຄ້ອງລາ” ແຕ່ຕ້ອງເອົາອອກໄປ ຍ້ອນວ່າ: ຍາມວັນສິນ ຫຼື ວັນພຣະ ຖ້າມີສຽງຄ້ອງລາ ດັງຂຶ້ນ ກໍ່ຈະມີຄົນຕາຍ. ເມື່ອເປັນແນວນັ້ນແລ້ວ, ເຖົ້າແກ່ພໍ່ແມ່ປະຊາຊົນ ພາຍໃນບ້ານ ເລີຍນິມົນເອົາ ຄູບາ-ອາຈານ ມາເອົາ ຄ້ອງລາ ໄປຈາກສະຖານທີ່ດັ່ງກ່າວ (ເອົາໄປໃສ ແມ່ນບໍ່ມີໃຜຮູ້) ສະນັ້ນ ພາຍໃນບ້ານ ຈຶ່ງມີຄວາມສະຫງົບ ແລະ ຊາວບ້ານ ກໍ່ບໍ່ຕາຍ ຍ້ອນຄ້ອງລານັ້ນອີກ ຮອດປັດຈຸບັນ, ເທິງຕາດໄມ້ເຮ້ຍ ແຕ່ກ່ອນເອີ້ນວ່າ: ຕາດລານ້ອຍ. ໃນສະໄໝຢຶດອຳນາດປີ 1975 ໄດ້ມີຊາວບ້ານມາຕັ້ງຖິ່ນຖານ ຢູ່ແຖບນີ້ ແລະ ໄດ້ເອີ້ນຊື່ວ່າ: “ຕາດໄມ້ເຮ້ຍ” ເພາະຢູ່ແຄມເຊເຊັດ, ມີປ່າໄມ້ເຮ້ຍຫຼາຍ ຈຶ່ງໄດ້ ເອີ້ນຕາດໄມ້ເຮ້ຍ ເທົ່າທຸກວັນນີ້.
Editor: ດາວໄຊ ສີວິໄລ