ເມືອງຊົນນະບູລີ, ແຂວງສະຫວັນນາເຂດ ຈັດງານບຸນນະມັດສະການພະຈັນລາຍ ເນື່ອງໃນໂອກາດຕ້ອນຮັບປີທ່ອງທ່ຽວລາວ 2018 ຢ່າງຍິ່ງໃຫຍ່ ໃນທ້າຍເດືອນມີນາ ທີ່ຜ່ານມານີ້ ຢູ່ທີ່ວັດພະຈັນລາຍ ໂດຍເຂົ້າຮ່ວມໃນພິທີຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງ, ມີບັນດາເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ແຂກຖືກເຊີນຈາກເມືອງອ້ອມຂ້າງຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງຊົນນະບູລີເຂົ້າຮ່ວມ.
ທ່ານ ຄໍາພັນ ຄູນສັກສີ ເຈົ້າເມືອງຊົນນະບູລີ ໄດ້ລາຍງານການກະກຽມຈັດງານຄັ້ງນີ້ ວ່າ: ການຈັດງານບຸນນະມັດສະການພະຈັນລາຍ ທີ່ເມືອງຊົນນະບູລີ ແຂວງ ສະຫວັນນະເຂດ ປີນີ້ ແມ່ນເປັນງານບຸນປາງໃຫຍ່ ເຊິ່ງແມ່ນກິດຈະກໍາໜຶ່ງທີ່ນອນຢູ່ໃນ 7 ກິດຈະກໍາ ສຳລັບປີທ່ອງທ່ຽວລາວ 2018 ຂອງແຂວງສະຫວັນນະເຂດ ເຊິ່ງພາຍໃນງານ ຍັງໄດ້ຮັບຊົມການສະແດງຄະນະກອງຕຸ້ມ, ກອງຫາງ ຂອງຊາວເມືອງຊົນນະບູລີ ແລະ ຊົມການສະແດງສິສະປະວັນນະຄະດີຈາກນ້ອງນັກຮຽນ ມັດທະຍົມຕອນຕົ້ນ ໂນນຄູ້, ມັດທະຍົມຕອນປາຍ ໂນນສະຫວ່າງ ແລະ ມັດທະຍົມຕອນປາຍ ບຶງຊ້າງ ທີ່ເປັນການສ້າງສີສັນເຮັດໃຫ້ຜູ້ເຂົ້າມາທ່ຽວຊົມພາຍໃນງານ ມີຄວາມຄືກຄື້ນມ່ວນຊືນກັບກິດຈະກໍາຕ່າງໆ ແລະ ຍັງໄດ້ຮັບຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າໂອດ໊ອບ ຫຼື ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຊຶ່ງເປັນຜະລິດຕະພັນຊາວບ້ານຈາກກຸ່ມບ້ານຕ່າງໆ ທີ່ຂຶ້ນກັບເມືອງຊົນນະບູລີ. ແລະ ພິເສດໄປກວ່ານັ້ນ ຍັງໄດ້ຮ່ວມກັນແຫ່ພະສາດເຜີ້ງ ເພື່ອນະມັດສະການພະຈັນລາຍ ຕາມຮີດຄອງປະເພນີທີ່ປະຕິບັດກັນມາແຕ່ສະໄໝບູຮານນາການຈົນຮອດປັດຈຸບັນນີ້.
ເນື່ອງໃນໂອກາດດັ່ງກ່າວ ທ່ານເຈົ້າແຂວງ ພ້ອມດ້ວມແຂກທີ່ເຂົ້າຮ່ວມກໍ່ໄດ້ພ້ອມກັນລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກໃນການເປີດງານທີ່ມີຄວາມໝາຍໃນຄັ້ງນີ້ດ້ວຍ.
Editor: ນັກຂ່າວຊົນນະບູລີ