ຖໍ້າຕິ່ງ ແຂວງຫຼວງພະບາງ ເປັນປູຊະນິຍະສະ¬ຖານ¬ທີ່ສໍາ¬ຄັນ ອອກແບບໂດຍທຳມະຊາດ ມີຄວາມກົມ¬ກຽວກັນດີ ລະຫວ່າງ ທີ່ຕັ້ງພູມສັນ¬ຖານທີວທັດທາງທຳມະຊາດ ຄືຕັ້ງຢູ່ຍ່ານທີ່ນ້ຳອູມາໄຫຼປ່ອງໃສ່ນ້ຳ¬ຂອງ ບ້ານປາກອູ ແລະ ມີພູນ້ອຍໜ່ວຍໜຶ່ງຕັ້ງຢູ່ຟາກແມ່¬ນ້ຳຂອງ ຊຶ່ງທຳມະຊາດເຈາະຮູໃຫ້ເປັນຖ້ຳ ສອງຖ້ຳ ຄື ຖໍ້າລຸ່ມ ແລະ ຖ້ຳເທິງ ຫ່າງກັນ ສູງປະ¬ມານຮ້ອຍກ່ວາແມັດ ມີຕົ້ນ¬ໄມ້ສີ¬ຂຽວປົກຫຸ້ມຕະ¬ຫຼອດປີ ໃນນັ້ນ ພົ້ນເດັ່ນກ່ອນ¬ໝູ່ແມ່ນຕົ້ນຈຳ¬ປາ ເມື່ອຕົກຍາມໜ້າຮ້ອນ ໃບຈະມີໜ້ອຍ ແລະ ດອກຈະບານຂາວສະ¬ພັ້ງ ດັ່ງຈະແຂ່ງ¬ຂັນທ້າສາຍ¬ຕາຂອງນັກທ່ອງທ່ຽວ ເພື່ອປະ¬ກາດສັກສີແຫ່ງຄວາມເປັນພາກ¬ສ່ວນໜຶ່ງ ຂອງນະ¬ຄອນເກົ່າແກ່ຫຼວງພະບາງ ປາກຖ້ຳຕິ່ງ ມີຍອຍຫີນບັງ ປາກຖ້ຳບ່ອນຕ່ຳ ບ່ອນສູງ ເໝືອນດັ່ງນັກສິ¬ລະປິນ ບັນ-ຈົງສ້າງໃຫ້ມີຄວາມແປກແຫວກແນວ ໃຫ້ແກ່ສະ¬ຖານ¬ທີ່ດັ່ງ¬ກ່າວ.
ຕາມການບອກ¬ເລົ່າຂອງຊາວ¬ບ້ານຜູ້ອາ¬ວຸ¬ໂສ ໃຫ້ຮູ້ວ່າ: ຖ້ຳຕິ່ງ ແຕ່ກ່ອນສາດ¬ສະ¬ໜາພຸດ ຈະຖືກເຜີຍ¬ແຜ່ມາເຖິງນັ້ນ ຊາວ¬ບ້ານແຖບນັ້ນນັບ¬ຖືຜີ ແລະ ຖືເອົາຖ້ຳນັ້ນ ເຮັດພິ¬ທີ¬ກຳຕ່າງໆ ຂອງການເຊື່ອຖືເວ¬ລານັ້ນ ແຕ່ເມື່ອມີການນັບ¬ຖືສາດ¬ສະ¬ໜາພຸດ ຖ້ຳກໍປ່ຽນ¬ແປງມາຮັບໃຊ້ການເຮັດພິ¬ທີ¬ກຳທາງພຸດ ແລະ ນຳເອົາພຸດທະຮູບມາປະ¬ດິດ¬ສະ¬ຖານໃນຖ້ຳ ພະພຸດທະຮູບນຳມາປະ¬ດິດ¬ສະ¬ຖານຫຼາຍທີ່ສຸດ ໃນສະ¬ໄໝພະເຈົ້າໄຊເຊດຖາ ໂດຍສະ¬ເພາະກ່ອນຈະຍ້າຍນະ¬ຄອນ-ຫຼວງໄປຕັ້ງຢູ່ວຽງຈັນ ເມື່ອ ຄ.ສ 1560 ຫຼັງຈາກນັ້ນ ກໍແມ່ນພະອາ¬ຈານວັດຕ່າງໆ ນຳມາປະ-ດິດ¬ສະ¬ຖານ ແລະ ການນຳມາບວດ ແລະ ປະ¬ດິດ¬ສະ¬ຖານຂອງອອກຕົນຍາດໂຍມໄວ້ນະທີ່ນີ້ ດັ່ງນັ້ນ ຖ້ຳຕິ່ງ ຈຶ່ງມີພະພຸດທະຮູບນ້ອຍໃຫຍ່ປາງຕ່າງໆຫຼາຍອົງ ທັງໄດ້ກາຍ¬ເປັນແຫຼ່ງທ່ອງທ່ຽວສຳ¬ຄັນອີກແຫ່ງໜຶ່ງ ຂອງແຂວງຫຼວງພະບາງ ການມາທ່ຽວຖ້ຳຕິ່ງ ນອກ¬ຈາກຈະເຫັນທຳມະຊາດສວຍງາມ ສາຍນ້ຳໃສ ປ່າ¬ໄມ້ຂຽວ ສາຍ¬ພູຍາວ ແລ້ວຍັງເປັນການມາທ່ຽວ ພ້ອມກັບການເຮັດ¬ບຸນ ເພື່ອຄວາມເປັນສິ¬ລິມຸງ¬ຄຸນແກ່ຊີ¬ວິດອີກດ້ວຍ.
Editor: ດາວໄຊ ສີວິໄລ