ໃນວັນທີ 2 ເມສາ 2018, ຢູ່ອານຸສາວະລີ ອົງແກ້ວ, ເມືອງສາລະວັນ, ແຂວງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານ ສີສຸວັນ ວົງຈອມສີ, ເຈົ້າແຂວງໆສາລະວັນ, ທ່ານ ວິຊຽນ ນະວີກຸນ, ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ, ພ້ອມດ້ວຍການນໍາ ພັກ-ລັດ ຕະຫລອດເຖິງມວນຊົນຊາວແຂວງສາລະວັນເຂົ້າຮ່ວມຢ່າງພ້ອມພຽງ.
ງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ ຈັດຂຶ້ນໃນໂອກາດສະເຫລີມສະຫລອງປີທ່ອງທ່ຽວລາວຂອງແຂວງ ສາລະວັນ ເພື່ອເຊື່ອມໂຍງດ້ານເສດຖະກິດ ແລະ ການທ່ອງທ່ຽວກັບບັນດາແຂວງອື່ນໆ ຢູ່ພາຍໃນ ແລະ ຕ່າງປະເທດ ທັງເປັນການກຽມຄວາມພ້ອມດ້ານການເຊື່ອມໂຍງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການສ້າງພູມປັນຍາຂອງປະຊາຊົນ, ກຸ່ມການຜະລິດ ແລະ ການປຸງແຕ່ງສິນຄ້າ ເພື່ອຍົກສູງຄວາມອາດສາມາດໃນການແຂ່ງຂັນຢູ່ຕະຫລາດພາກພື້ນ ແລະ ສາກົນ. .
ໂອກາດນີ້ທ່ານ ວິຊຽນ ນະວີກຸນ, ຮອງເຈົ້າແຂວງ ສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ ທັງເປັນປະທານຄະນະກຳມະການງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນໂອກາດສະເຫລີມສະຫລອງປີທ່ອງທ່ຽວລາວ ຍົກໃຫ້ເຫັນວ່າ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າຄັ້ງນີ້ ເປັນການສ້າງໂອກາດໃຫ້ນັກລົງທຶນ, ຫົວໜ່ວຍວິສະຫະກິດ ແລະ ຜູ້ປະກອບການ ໄດ້ພົບປະແລກປ່ຽນຖອດຖອນບົດຮຽນ ເຊຶ່ງກັນ ແລະ ກັນ ເພື່ອສ້າງຂະບວນການແຂ່ງຂັນຜະລິດເປັນສິນຄ້າພາຍໃນແຂວງໃຫ້ມີຄວາມຫລາກຫລາຍ.
ງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ ມີຜູ້ປະກອບການຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫລາຍກວ່າ 140 ຮ້ານ ໃນນີ້ ມີການວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ໂອດັອບ, ສິນຄ້າກະສິກຳ, ຫັດຖະກຳ ຈາກຕົວແບບຕ່າງໆ ແລະ ວາງສະແດງຜະລິດຕະພັນທ່ອງທ່ຽວຈາກພາຍໃນ ແລະ ຕ່າງແຂວງ 26 ຮ້ານ ໂດຍຈະເປີດໂອກາດໃຫ້ມວນຊົນເຂົ້າຊົມ ແລະ ເລືອກຊື້ສິນຄ້າຕ່າງໆໄດ້ຈົນເຖິງວັນທີ 8 ເມສານີ້.
Editor: ນັກຂ່າວແຂວງສາລະວັນ