ທ້າຍເດືອນ ມີນາ 2018 ຜ່ານມານີ້ ຢູ່ທີ່ສະຖານທີ່ປະຫວັດສາດ ກຳແພງເມືອງວຽງຈັນບູຮານ ໄດ້ຈັດພິທີເປີດກິດຈະກຳການທ່ອງທ່ຽວ ການສະແດງສິລະປະ-ວັດທະນະທຳ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ, ມີ ທ່ານ ແກ່ນ ວໍລະສານ ເຈົ້າເມືອງໆຫາດຊາຍຟອງ, ມີບັນດາຮອງພະແນກ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖານທີ່ທ່ອງທ່ຽວ, ອໍານາດການປົກຄອງບ້ານ, ຜູ້ບໍລິຫານສະຖານທີ່ທ່ອງທ່ຽວ ປະຫວັດສາດ ກໍາແພງເມືອງວຽງຈັນບູຮານ ແລະ ສື່ມ່ວນຊົນເຂົ້າຮ່ວມ.
ສະຖານທີ່ທ່ອງທ່ຽວກໍາແພງເມືອງວຽງຈັນບູຮານ ແຫ່ງນີ້, ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງບໍ່ໄກຈາກນະຄອນຫຼວງ, ເພື່ອຕ້ອນຮັບປີທ່ອງທ່ຽວລາວ ປີ 2018 ເຊິ່ງຜ່ານມາການເປີດທົດລອງກິດຈະກຳການທ່ອງທ່ຽວ ແລະ ການສະແດງສິລະປະວັດທະນະທຳ ໃນສະຖານທີ່ທ່ອງທ່ຽວປະຫວັດສາດ ກຳແພງເມືອງວຽງຈັນບູຮານ ເຫັນໄດ້ວ່າ: ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ແລະ ທາງຄະນະຮັບຜິດຊອບສະຖານທີ່ດັ່ງກ່າວ ກໍ່ມີຄວາມພ້ອມໃນການຈັດການສະແດງ ເພື່ອຮັບຕ້ອນແຂກນັກທ່ອງທ່ຽວໃນທຸກໆວັນເສົາ ແລະ ວັນພິເສດຕ່າງໆ ເຊັ່ນ: ວັນທີ 8 ເດືອນ ມີນາ ເປັນວັນແມ່ຍິງສາກົນ, ວັນບຸນປີໃໝ່ລາວ, ວັນສ້າງຕັ້ງຊາວໜຸ່ມ, ວັນເດັກນ້ອຍສາກົນ ແລະ ວັນອື່ນໆ.
ກໍາແພງເມືອງວຽງຈັນບູຮານ ເຊິ່ງເປັນກໍາແພງທີ່ເກົ່າແກ່ໃນອາດີດ ແລະ ຍັງມີຮ່ອງຮອຍທີ່ຍັງພົບເຫັນບາງຈຸດ ເຊັ່ນ: ເມືອງຈັນທະບູລີ, ເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ. ສະນັ້ນ, ຢູ່ທີ່ເມືອງຫາດຊາຍຟອງ ແມ່ນຍັງໄດ້ເຫັນຮ່ອງຮອຍທີ່ບັນທຶກຢູ່ໃນປະຫວັດ ຢ່າງຊັດເຈນ ແລະ ໄລຍະຜ່ານມາຍັງໄດ້ມີການປົກປັກຮັກສາສະຖານທີ່ແຫ່ງນີ້ ທີ່ບໍ່ທັນພັດທະນາຢ່າງກວ້າງຂວາງ. ດັ່ງນັ້ນ, ໃນປີທ່ອງທ່ຽວລາວ 2018 ນີ້ ສະຖານທີ່ປະຫວັດສາດ ກຳແພງເມືອງວຽງຈັນບູຮານ ແຫ່ງນີ້ ຈຶ່ງໄດ້ມີຄວາມພ້ອມໃນການເປີດກິດຈະກຳການທ່ອງທ່ຽວ ແລະ ການສະແດງສິລະປະ ວັດທະນະທຳ ເພື່ອສ້າງບັນຍາກາດໃນປີທ່ອງທ່ຽວລາວ 2018 ນໍາອີກດ້ວຍ.
Editor: ດາວໄຊ ສີວິໄລ