ແຂວງສະຫວັນນະເຂດ ເປັນໜຶ່ງໃນ 6 ແຂວງພາກກາງ ເຊິ່ງເປັນດິນແດນແຫ່ງໄດໂນເສົາ ທີ່ເຕັມໄປດ້ວຍຊັບພະຍາກອນທີ່ຫຼາກຫຼາຍ ແລະ ຂຶ້ນຊື່ລືນາມທາງດ້ານປະຫວັດສາດ, ວັດທະນະທຳອັນເກົ່າແກ່ ທີ່ແອບແຝງຄວາມໜ້າສົນໃຈທີ່ໜ້າຄົ້ນຫາເປັນຢ່າງຍິ່ງ. ດິນແດນແຫ່ງນີ້ໄດ້ເຊື່ອງຊ້ອນຄວາມສວຍງາມທາງທຳມະຊາດ ແລະ ສິລະປະທີ່ປະສົມປະສານຄວາມເກົ່າແກ່ຂອງວັດທະນະທຳທີ່ມີມາແຕ່ດົນນານ. ໂດຍສາມາດບົ່ງບອກໄດ້ເຖິງເອກະ
ລັກທີ່ຍັງຄົງບໍ່ຈາງຫາຍ ເຊັ່ນດຽວກັບສະຖານທີ່ແຫ່ງນີ້ ນັ້ນກໍ່ຄື ເຮືອນຫີນ ທີ່ບົ່ງບອກເຖິງສິລະປະອັນເກົ່າແກ່.
ເຮືອນຫີນ ເຊິ່ງຕັ້ງຢູ່ ບ້ານເຮືອນຫີນ, ເມືອງໄຊພູທອງ, ແຂວງສະຫວັນນະເຂດ ໄລຍະຫ່າງຈາກຕົວເມືອງ ປະມານ 10 ກິໂລແມັດ, ສ່ວນການເຂົ້າເຖິງເຮືອນຫີນ ແມ່ນສະດວກສະບາຍ ເຮືອນຫີນແມ່ນຮ່ອງຮອຍທາງດ້ານປະຫວັດສາດ ເຊິ່ງສ້າງຂຶ້ນໃນ ອານາຈັກສີໂຄດຕະບູນ ເຊິ່ງເປັນອານາຈັກທີ່ໜ້າເກງຂາມຂອງອານາຈັກ ໃກ້ຄຽງ. ໃນປີ ຄສ 557 ນັ້ນມີ ຂຸນອັງຄະຣາດ ແລະ ອົມມະຣາດ ສອງອ້າຍນ້ອງນໍາພາສ້າງປະສາດຫີນຂຶ້ນ ເພື່ອເປັນທີ່ເຄົາລົບກາບໄຫວ້ ຂອງສາສະໜາພາມ, ແຮງງານໃນການກໍ່ສ້າງ ແມ່ນໄດ້ເກນເອົາເຜົ່າຊົນຕ່າງໆ ມາຈາກ ອານາຈັກໂຍນົກເງິນຍາງ ມາເປັນຂ້າທາດ ເຂົາເຈົ້າຫຸບຫອບ ຄອບຄົວມາພ້ອມແລ້ວອາໃສຢູ່ຕາມຖໍ້າຫີນຕ່າງໆ ເພື່ອຊົ້ນແດດຊົ້ນຝົນ, ສ່ວນຂຸນອັງຄະຣາດ ຜູ້ນໍາພາສ້າງ ໄດ້ເຈາະອຸໂມງ ຢູ່ກະໂຕພື້ນຜາສາດຫີນ, ກ້ອນຫີນທີ່ນໍາມາສ້າງ ໄດ້ເອົາສິ່ວເຈາະມາຈາກຫລາຍບ່ອນ ເຊິ່ງບ່ອນທີ່ໃຫຍ່ທີ່ສຸດ ແມ່ນຢູ່ບ່ອນເບື້ອງຕາເວັ້ນຕົກ ຫ່າງຈາກ ປະສາດຫີນ ປະມານ 1 ກິໂລແມັດ, ເອີ້ນວ່າ “ວັງເຮືອ” ຍ້ອນວ່າຮ່ອງຮອຍ ທີ່ສິ່ວເຈາະເອົາຫີນນັ້ນ ໄປສ້າງເຮືອນຫີນ ເຊິ່ງໃນປະຈຸບັນນີ້ ຍັງມີຮ່ອຍຮອງເປັນລັກສະນະຮູບຄ້າຍຄືເຮືອນ ບາງຈຸດຍັງມີເສດເຫຼືອຈາກກ້ອນຫີນ ທີ່ເຈາະອອກມາ ແລະ ຍັງບໍ່ທັນໄດ້ເອົາໄປສ້າງຢັງຍາຍເປັນຈໍານວນຫຼາຍ, ເພິ່ນສ້າງຈົນຮອດປີ ຄສ 700 ກໍ່ໜົດສະໄຫມລາສະວົງ, ຍ້ອນມີພາກສ່ວນອື່ນມາຢຶດຄອງແທນ ເປັນອັນວ່າ ຢຸດຕິການກໍ່ສ້າງຜາສາດຫີນ.
ສະນັ້ນ ຜາສາດຫີນ ຈຶ່ງມີຮູບຊົງບໍ່ສໍາເລັດ ຈົນເຖິງປະຈຸບັນນີ້.
Editor: ດາວໄຊ ສີວິໄລ