ແຂວງຫຼວງນໍ້າທາ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດລາວເຮົາ ເຊິ່ງເປັນແຂວງມີສະຖານທີ່ຫຼາຍແຫ່ງທີ່ໜ້າສຳພັດ ບໍ່ວ່າຈະເປັນທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ອັນທີ່ສ້າງຄວາມຫຼົງໄຫຼໃຫ້ແກ່ບັນດານັກທ່ອງທ່ຽວທີ່ໄດ້ເດີນທາງໄປທ່ຽວແຂວງຫຼວງນໍ້າທາໄປແລ້ວຢາກໄປອີກ.
ສະຖານທີ່ທ່ອງທ່ຽວຂອງແຂວງຫລວງນ້ຳທາ ແມ່ນມີແຫຼ່ງທ່ອງທ່ຽວຫຼາກຫຼາຍສະຖານທີ່ ທີ່ສໍາຄັນບໍ່ວ່າຈະເປັນທາງດ້ານທຳມະຊາດ ເຊັ່ນ: ປ່າສະຫງວນແຫ່ງຊາດນໍ້າຫ້າ, ຖໍ້ານາງແອງ ຫຼື ຖໍ້າເກົາເລົາ, ນໍ້າຕົກຕາດຫ້ວຍດໍາ, ນໍ້າຕົກຕາດຫ້ວຍຜາຫີນປູນ, ນໍ້າຕົກຕາດບ້ານນໍ້າທຸງ, ນໍ້າຕົກຕາດນໍ້າແກ້ວ, ນໍ້າຕົກຕາດນໍ້າລອງ, ນໍ້ຕົກາຕາດຜາເຍືອງ, ນໍ້ຕົາກຕາດຫ້ວຍນໍ້າແກ້ວ, ຖໍ້າພູຜາສາດ, ຖໍ້າຫລັກຊ້າງ, ຖໍ້ານໍ້າກຸດ, ນໍ້າຕົກຕາດນໍ້າກຸດ ແລະ ອື່ນໆ. ສ່ວນທາງດ້ານປະຫັວດສາດ ແລະ ວັດທະນະທໍາ ແມ່ນ: ຫໍວາງສະແດງຜະລິດຕະພັນເມືອງສິງ, ຫໍວາງສະແດງຜະລິດຕະພັນແຂວງຫລວງນໍ້າທາ, ຄ້າຍເກົ່າຂອງທະຫານຝຣັ່ງ, ພະທາດປູມປຸກ, ພະທາດຈອມແຈ້ງ, ພະທາດແມວສີເມືອງລອງ,ພະທາດຫຼວງນໍ້າທາ, ວັດຫຼວງຂອນ, ເຮືອນຮັບຕ້ອນແຂກເຜົ່າຍວນ, ວັດຫຼວງຊຽງໄຈເມືອງສິງ, ພະທາດຈອມສິງ, ພະທາດຫຼວງຊຽງຕຶງ, ວັດຫົວຂົວ ຫຼື ວັດເຈົ້າຟ້າສິຣິໜໍ່ຄໍາ, ວັດບ້ານນໍ້າດ້າຍ, ພະທາດຫີນຟູ, ພະທາດຈອມໃຈເມືອງ ແລະ ຕະຫຼາດກາງຄືນ. ແຂວງຫຼວງນໍ້າທາ ຍັງເປັນແຂວງທີ່ຂຶ້ນຊື່ກ່ຽວກັບອາຫານເປັນຕົ້ນແມ່ນ ຕຳຫວາຍ, ເຮັດແກງດ້ວຍບັ້ງໄມ້ໄຜ່, ເຂົ້າຊອຍເມືອງສິງ, ເຫລົ້າໄຫເມືອງວຽງພູຄາ, ແລະ ເມືອງນາແລ. ນອກຈາກນີ້ ຍັງງານບຸນປະເພນີບັນດາເຜົ່າພາຍໃນແຂວງ ແລະ ຍັງໄດ້ຈັດຂຶ້ນໃນທຸກໆປີ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເພື່ອຮັກສາຮີດຄອງປະເພນີວັດທະນະທໍາ ແລະ ຍັງມີເລື່ອງທີ່ໜ້າສົນໃຈອີກຫຼາຍຢ່າງທີ່ລໍຄອຍໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປສຳພັດດ້ວຍຕົວທ່ານເອງ ແລ້ວຈະໄດ້ພົບທຳມະຊາດທີ່ສວຍງາມອາກາດບໍລິສຸດ ພົບເຫັນຫຼາຍສິ່ງຫຼາຍຢ່າງ.
ສໍາລັບນັກທ່ອງທ່ຽວທີ່ເດີນທາງໄປພາກເໜືອ ໂດຍສະເພາະແຂວງຫຼວງນໍ້າທາ ນອກຈາກຈະໄດ້ສໍາພັດກັບສະຖານທີ່ທ່ອງທ່ຽວແລ້ວ ຍັງຈະໄດ້ເພີດເພີນໃຈກັບແບບແຜນດຳລົງຊີວິດຂອງຊົນເຜົ່າ ແລະ ເຖິງແມ່ນວ່າປະຊາຊົນຈະມີພາສາປາກເວົ້າທີ່ເປັນເອກະລັກສະເພາະ ແຕ່ຄວາມມີນໍ້າໃຈ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນແມ່ນມີໃຫ້ນັກທ່ອງທ່ຽວເຫັນຢູ່ຕະຫຼອດ.
Editor: ດາວໄຊ ສີວິໄລ