ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ( CNP) ຜູ້ສຳປະທານຫາດດອນຈັນ ເພື່ອປັບປຸງເປັນແຫຼ່ງທ່ອງທ່ຽວໃນໄລຍະບຸນປີໃໝ່ລາວ ໃຫ້ສຳພາດກັບລາຍການເມືອງລາວວັນນີ້ ວ່າ: ຄວາມຄືບໜ້າໃນການກະກຽມ ພື້ນທີ່ຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້ ທີ່ຫາດດອນຈັນ ປະຈຸບັນຄືບຫນ້າ ແລ້ວ 40% ເຊິ່ງຕາມແຜນຈະໃຫ້ສໍາເລັດ 100% ໃນວັນທີ 10 ເມສາ 2018 ທີ່ຈະມາເຖິງນີ້ ເພື່ອເປີດໃຫ້ບໍລິການນັກທ່ອງທ່ຽວໄດ້ເຂົ້າຊົມ. ປັດຈຸບັນ ໜ້າວຽກຫຼັກໆແມ່ນ ສ້າງເສັ້ນທາງຂຶ້ນ - ທາງລົງ ໃຫ້ມີຄວາມສະດວກ, ປັບປຸງເດີນຈອດລົດ, ປູກດອກຕາເວັນ 23 ໄລ່ (ຄາດວ່າຈະໃຫ້ບານຫຼັງປີໃໝ່ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ໃຫ້ປະຊາຊົນມາຊົມສວນດອກໄມ້ ເພື່ອຊົມຕາເວັນຕົກດິນໃນແຕ່ລະມື້) ແລະ ກະກຽມພື້ນທີ່ໄວ້ໃຫ້ບໍລິການ, ຂະຫຍາຍຫາດຊາຍ ແລະ ທ່ານໍ້າໃຫ້ມີບ່ອນຫລີ້ນຫຼາຍກວ່າປີຜ່ານມາ.
ສ່ວນກິດຈະກຳ ກໍ່ມີຫຼາຍກີດຈະກຳ ເພື່ອສະເຫຼີມສະຫຼອງປີໃໝ່ລາວ 2018 ແລະ ສ້າງບັນຍາກາດ ຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ຟົດຟື້ນຍິ່ງຂຶ້ນ, ໃນນັ້ນ ກິດຈະກຳ ກີລາຫາດຊາຍ ເຊີ່ງຈະມີການແຂ່ງຂັນນັບແຕ່ວັນທີ 5 ເມສາ 2018 ໄປຈົນເຖິງວັນທີ 16 ເມສາ 2018 ຈຶ່ງເປັນມື້ຕັດສິນ ແລະ ມອບຂັນລາງວັນ. ພ້ອມນັ້ນກໍ່ຍັງມີ ຕົບພະທາດຊາຍ, ກີດຈະກຳການລະຫຼີ້ນຕ່າງໆ, ເລາະຊົມສວນດອກໄມ້, ລົງຫຼີ້ນນໍ້າຢູ່ຫາດຊາຍ, ມີອາຫານ ແລະ ເຄື່ອງດື່ມໄວ້ຄອຍບໍລິການນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ຊຶ່ງຜູ້ຈັດງານຄາດຄະແນຈະມີຜູ້ທີ່ຈະເຂົ້າມາທ່ຽວຊົມຫລາຍກວ່າປີຜ່ານມາແນ່ນອນ. ຊຶ່ງສະຕິຖິໃນປີ 2017 ມີນັກທ່ອງທ່ຽວເຂົ້າມາຊົມ 1 ແສນກວ່າຄົນ. ສ່ວນປີນີ້ ຄາດວ່າຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມ ປະມານ 2 – 3 ແສນຄົນ ເຊິ່ງປັດໄຈສໍາຄັນ ແມ່ນປີນີ້ເປັນປີທ່ອງທ່ຽວລາວ ແລະ ການຈັດສັນສະຖານທີ່, ທາງຂຶ້ນລົງແມ່ນຈະອໍານວຍໃຫ້ນັກທ່ອງທ່ຽວມາຫຼາຍຂຶ້ນ (ທາງຂຶ້ນແມ່ນຕໍ່ໜ້າສວນເຈົ້າອະນຸວົງ ສ່ວນທາງລົງແມ່ນຕໍ່ໜ້າ ສາມແຍກປາກປ່າສັກ).
ຢ່າງໃດກໍ່ຕາມ ສິ່ງທີ່ຂາດບໍ່ໄດ້ແມ່ນ ການຮັກສາຄວາມສະງົບເປັນລະບຽບຮຽບຮ້ອຍ ແລະ ຄຸ້ມຄອງ ຈັດການຂີ້ເຫຍື້ອ ໃນປີນີ້ ທາງບໍລິສັດ ຊິເອັນພີ ໄດ້ສົມທົບກັບ ຄບຕ ໂດຍ ພະນັກງານຂອງບໍລິສັດ ເຮົາແມ່ນເກັບມ້ຽນເພື່ອ ໃຫ້ທີມງານ ຄບຕ ມາຂົນຂີ້ເຫຍື້ອອອກໃນຍາມກາງຄືນ ຈະບໍ່ໃຫ້ຂີ້ເຫຍື້ອຂ້າມຄືນເດັດຂາດ ພ້ອມດຽວກັນນັ້ນ ກໍ່ມີພະນັກງານເພື່ອຄອຍປະຈໍາໃນແຕ່ລະຈຸດ ແລະ ມີຖັງສໍາລັບເກັບມ້ຽ້ນຂີ້ເຫຍື້ອ ເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ.
Editor: ຕະວັນ ແສງສະຫວັນ