ຜູ້ສ້າງຮູບເງົາ ທີ່ມີຊື່ສຽງຂອງລາວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດງານຖະແຫລງຂ່າວ ພ້ອມທັງເປີດສາຍຮອບປະຖົມມະທັດ ເລື່ອງ ຣິນາ 2 ຢ່າງເປັນທາງການ ເຊີ່ງງານດັ່ງກ່າວແມ່ນໄດ້ຈັດຂື້ນໃນແລງວັນທີ 27 ມີນາ 2018 ທີ່ຜ່ານມາ ທີ່ໂຮງສາຍຮູບເງົາ ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ. ໂດຍໄດ້ຮັບກຽດເຂົ້າຮ່ວມ ຈາກ ທ່ານ ສະຫວັນຄອນ ຣາດຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຜູ້ອໍານວຍການ ບໍລິສັດ ຜູ້ຜະລິດຮູບເງົາ, ກົມ, ພະແນກ ທີ່ກ່ຽວຂ້ອງ ລວມທັງນັກສະແດງຮູບເງົາ ເຂົ້າຮ່ວມ ຢ່າງພ້ອມພຽງ.
ສໍາລັບໂຄງການຮູບເງົາ ເລື່ອງ: ຣິນາ 2 ໄດ້ຕົກລົງສັນຍາລົງນາມ ໂດຍຜູ້ຈັດທໍາ ຈາກປະເທດບູໄນ ( ບໍລິສັດ ຣິໂກບຣູ ) ແລະ ບໍລິສັດ ລາວອາດມິເດຍ ທີ່ນະຄອນຫລວງວຽງຈັນ ເຊີ່ງໄດ້ລົງນາມກັນ ໃນເດືອນກໍລະກົດ ປີ 2016 ໂດຍຄະນະນັ້ນ ຮູບເປັນສັກຂິພີຍານ ມີ ທ່ານ ອັບດຸນຍ ກາຣິມ ບີນີ ຝ່າຍສື່ສານມວນຊົນ ສະຖານທູດ ຣາຊະອານາຈັກ ບຣູໄນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຈອມ ວົງເພັດ ອາດິດຫົວຫນ້າກົມຮູບເງົາ ກະຊວງ ຖວທ ໃນເມື່ອກ່ອນ.
ຮູບເງົາ ເລື່ອງ ຣີນາ 2 ໄດ້ເລີ່ມລົງມືຖ່າຍທໍາ ໃນເດືອນກັນຍາ 2016 ແລະ ພ້ອມທີ່ຈະສາຍສູ່ສາຍຕາ ປະຊາຊົນລາວ ແລະ ບຣູໄນ ໃນປີ 2017 ເປັນຕົ້ນມາ, ຮູບເງົາເລື່ອງນີ້ ກໍາກັບໂດຍ ທ່ານ ຮາລີຟ ໂມຮາເມັດ ແລະ 3 ນັກສະແດງຫລັກ ຈາກປະເທດ ບຣູໄນ ( ຊິວກິ ມາຮາຣິ, ຕິຟເຟັກ ອີລຽວ ແລະ ທ່ານ ຮາຈິ ຢາຮາ ບິຣຸດດິນ. ໂຄງການດັ່ງກ່າວ ມີຈຸດປະສົງ ແມ່ນໄດ້ເລັງເຫັນເຖິງໂຄງການຜະລິດຮູບເງົາຮ່ວມກັນ ລະຫວ່າງ ປະເທດ ບຣູໄນ ແລະ ບັນດາປະເທດອາຊຽນ ເພື່ອທີ່ຈະໄດ້ພັດທະນາຕໍ່ໄປ ໃນການພັດທະນາອຸດສາຫະກໍາຮູບເງົາ, ການສະຫນັບສະຫນູນ ແລະ ແບ່ງປັນຊັບພະຍາກອນ, ຊ່ວຍເຫລືອເຊີ່ງກັນ ແລະ ກັນ, ເພື່ອຂະຫຍາຍຕະຫລາດ ອຸດສະຫາກໍາຮູບເງົາ ໃຫ້ເຕີບໃຫຍ່. ເຊີ່ງຮູບເງົາເລື່ອງນີ້ ເລີ່ມສາຍທົ່ວປະເທດ ນັບແຕ່ວັນທີ 28 ມີນາ 2018 ເປັນຕົ້ນໄປ
Editor: ກຳປານາດ ລັດຖະເຮົ້າ