ຕາມການລາຍງານຈາກ ຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ໃນກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວແຂວງຫົວພັນ ປີ 2017 ແລະ ວາງທິດທາງແຜນການປີ 2018 ໃນເມື່ອບໍ່ດົນນີ້ວ່າ: ປີ 2017 ຜ່ານມາ ແຂວງຫົວພັນ ສາມາດດຶງດູດນັກທ່ອງທ່ຽວ ໄດ້ 45.055 ຄົນ. ໃນນັ້ນ, ນັກທ່ອງທ່ຽວ ພາຍໃນ 15.786 ຄົນ ແລະ ຕ່າງປະເທດ 29.269 ຄົນ, ທຽບໃສ່ແຜນການປີ ປະຕິບັດໄດ້ 94,66%, ສ້າງລາຍຮັບ ໃຫ້ແກ່ຜູ້ປະກອບການ ແລະ ສັງຄົມໄດ້ 31,4 ຕື້ກວ່າກີບ.
ໃນປີ 2017 ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການອະນຸລັກວັດທະນະທຳ, ວິຖີການດຳລົງຊີວິດ, ຮີດຄອງປະເພນີອັນດີງາມ ຂອງທ້ອງຖິ່ນ, ພ້ອມທັງສົມທົບກັບຂັ້ນເທິງ ແລະ ທ້ອງຖິ່ນ ພັດທະນາແຫລ່ງທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ; ຕິດຕາມຊຸກຍູ້ ຫົວໜ່ວຍທຸລະກິດໃຫ້ບໍລິການດ້ານການທ່ອງທ່ຽວ ແລະ ບັນເທິງໃຫ້ມີຄຸນນະພາບເພື່ອຮອງຮັບນັກທ່ອງທ່ຽວ; ປັບປຸງຖານຂໍ້ມູນ ແລະ ສະໜອງຂໍ້ມູນການທ່ອງທ່ຽວ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; ໂຄສະນາການທ່ອງທ່ຽວ ຂອງແຂວງຜ່ານເວັບໄຊ ແລະ ສືປະເພດຕ່າງໆ. ຜ່ານຄວາມພະຍາຍາມເອົາໃຈໃສ່ນັ້ນ, ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວພາຍໃນແຂວງ ໄດ້ຫລາຍພັນຄົນ.
ສຳລັບ ແຜນການປີ 2018 ແມ່ນ ຈະສືບຕໍ່ຊຸກຍູ້, ປັບປຸງພື້ນຖານໂຄງລ່າງ, ການບໍລິການຂອງບັນດາຫົວ ໜ່ວຍທຸລະກິດ, ຜູ້ປະກອບການ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ, ສະໜອງຂໍ້ມູນ-ຂ່າວສານ, ໂຄສະນາການທ່ອງທ່ຽວ ຂອງແຂວງໃຫ້ກວ້າງ, ສຳຫລວດ ແລະ ພັດທະນາແຫລ່ງທ່ອງທ່ຽວເພີ່ມຕື່ມ, ຊຸກຍູ້-ສ້າງກິດຈະກຳ ປີທ່ອງທ່ຽວລາວ 2018 ໃຫ້ສຳເລັດຕາມແຜນການ, ສູ້ຊົນຊອກແຫລ່ງທຶນຝຶກອົບຮົມການບໍລິການ ໃຫ້ຜູ້ປະກອບການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສົມທົບກັບທຸກພາກສ່ວນ ທີ່ກ່ຽວຂ້ອງ ສ້າງເງື່ອນໄຂດຶງດູດນັກທ່ອງທ່ຽວໃຫ້ໄດ້ 50.025 ຄົນ ແລະ ສ້າງລາຍຮັບໃຫ້ໄດ້ 34,5 ຕື້ກວ່າກີບ.
Editor: ສຳນັກຂ່າວສານປະເທດລາວ