ຫ້ອງການຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງທ່າແຕງ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກວິຊາການພາຍໃນກົມກອງຂອງຕົນຂື້ນໃນວັນທີ 26 ມີນາ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວໂດຍເປັນປະທານຂອງ ທ່ານ ພູວົງ ກອງຊັບ ກໍາມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ທ່າແຕງ, ມີຄະນະຫ້ອງການ ພ້ອມດ້ວຍພະນັກງານວິຊາການພາຍໃນກົມກອງ ແລະ ນັກສຶກສາຝຶກງານຈາກ ວິທະຍາໄລເຕັກນິກວິຊາຊີບ ແຂວງ ຈໍາປາສັກເຂົ້າຮ່ວມ.
ທ່ານ ພູວົງ ກອງຊັບ ກໍາມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງທ່າແຕງ ກ່າວວ່າ: ຈຸດປະສົ່ງການຖອດຖອນບົດຮຽນວຽກງານວິຊາການພາຍໃນຫ້ອງການຄັ້ງນີ້ ໂດຍລວມມີ 4 ໜ່ວຍງານຂື້ນກັບຄື: ໜ່ວຍງານບໍລິຫານ,ຖະແຫຼ່ງຂ່າວ-ສື່ມວນຊົນ,ວັດທະນະທໍາ ແລະ ໜ່ວຍງານທ່ອງທ່ຽວ ໄດ້ແລກປ່ຽນບົດຮຽນ ພ້ອມມີຄໍາເຫັນໃສ່ແຕ່ລະໜ້າວຽກງານດັ່ງກ່າວໃນແຕ່ລະໄລຍະ,ມີອັນໃດຂາດຕົກບົກຜ່ອງ,ອັນໃດຈະສືບຕໍ່ແກ້ໄຂບັນຫາໃນຕໍ່ໜ້າ ເຂົ້າໃນການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ມີຄວາມຈໍາເປັນໃຫ້ຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ,ວັດທະນະທໍາ-ສັງຄົມ, ນະໂຍບາຍ, ວິທີການທີ່ສອດຄ່ອງ ໂດຍສຸ່ມທຸກຄວາມພະຍາຍາມບຸກບືນຍາດແຍ່ງເອົາເງື່ອນໄຂ ອັນເອື້ອອໍານວຍຄວາມສະດວກ ເພື່ອແນໃສ່ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາວຽກງານພາຍໃນກົມກອງ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ. ຂະນະດຽວກັນ ຍັງໄດ້ພ້ອມກັນວາງແຜນສືບຕໍ່ສູ້ຊົນໃສ່ບັນດາແຕ່ລະວຽກງານໃນກົມກອງຂອງຕົນ, ບັນຈຸຊັບຊ້ອນນັກສຶກສາລົງຝຶກງານເຂົ້າໃສ່ແຕ່ລະໜ້າວຽກ ໄປພ້ອມກັບການກະກຽມດ້ານເອກະສານຕ່າງໆ ເພື່ອເປີດກອງປະຊຸມສະຫຼຸບຜົນງານປະຈໍາປີ 2017 ໃຫ້ສໍາເລັດກ່ອນເດືອນ ພຶດສະພາ 2018 ທີ່ຈະມາເຖິງໃນມໍ່ໆນີ້. ທັງນີ້ ເປັນການ ເພີ່ມມາດຕະການປະຕິບັດພາລະກິດລວມໃຫ້ມີການຫັນປ່ຽນ ແລະ ສຳເລັດຜົນຕາມລະດັບຄາດໝາຍທີ່ວາງໄວໃຫ້ປະກົດຜົນເປັນຈິງ.
Editor: ກຳປານາດ ລັດຖະເຮົ້າ