ແຂວງຊຽງຂວາງ ຕັ້ງຢູ່ທາງພາກເໜືອ ເຊິ່ງເປັນດິນແດນທີ່ອຸດົມສົມບູນໄປດວ້ຍຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ ແລະ ຂຶ້ນຊື່ລືນາມທາງມູນເຊື້ອປະຫວັດສາດ ວັດທະນະທຳ ອັນເກົ່າແກ່ທີ່ແອບແຝງ ແລະ ໜ້າຄົ້ນຫາເປັນຢ່າງຍິ່ງ ແລະ ມີສະຖານທີ່ທ່ອງທ່ຽວ ທີ່ຂຶ້ນຊື່ລືນາມລະດັບຊາດ ແລະ ໂດ່ງດັງໄປໄກໃນໂລກ, ໂດຍສະເພາະສະຖານທີ່ທ່ອງທ່ຽວທົ່ງໄຫຫີນມະຫັດສະຈັນມີສອງແຫ່ງ, ຖໍ້າປິວ ສະຖານທີ່ທ່ອງທ່ຽວທີ່ຕິດພັນກັບປະຫວັດສາດ ແລະ ອື່ນໆ. ແລະ ອີກຫນຶ່ງສະຖານທີ ທີ່ຢາກແນະນໍາໃຫ້ຮູ້ ນັ້ນກໍ່ຄື ວັດເພຍວັດ ທີ່ຂຶ້ນຊື່ລືນາມຂອງແຂວງຊຽງຂວາງ ກໍ່ຄື ເມືອງຄູນ ເຊິ່ງເປັນອະດີດເມືອງເອກຂອງແຂວງ.
ວັດເພຍວັດ ແຫ່ງນີ້ຕັ້ງຢູ່ກາງເມືອງ ເມືອງຄູນ ແຂວງຊຽງຂວາງ ອ້ອມຮອບດ້ວຍພູຜາ ປ່າໄມ້ ທີ່ຂຽວງາມ, ເຖິງຈະເປັນຍາມຮ້ອນ ແຕ່ພໍຕົກເວລາຄໍ່າຍາມແລງ ຢູ່ເຂດນີ້ຈະເຢັນສະບາຍ ຍ້ອນມີພູສູງເນັ່ງຍາວຢຽດທັງສອງດ້ານ, ໂດຍສະເພາະທິດຕາເວັນຕົກ. ວັດເພຍວັດ ຫ່າງຈາກຕົວເມືອງ ໂພນສະຫວັນ ເມືອງເອກຂອງແຂວງຊຽງຂວາງປະມານ 30 ກິໂລແມັດ. ວັດນີ້ ສ້າງຂຶ້ນໃນປີ ຈຸນລະສັກກະຫລາດ ຈສ 744 ເຊິ່ງຖ້ານັບມາຮອດ ດຽວນີ້ກໍ່ມີອາຍຸ 700 ກວ່າປີແລ້ວ, ຖືເປັນວັດທີ່ເກົ່າແກ່ອີກວັດໜຶ່ງຂອງລາວ ທີ່ຊີ້ໃຫ້ເຫັນວ່າກ່ອນນີ້ ເກືອບສະຕະວັດ, ດິນ
ແດນດັ່ງກ່າວເຊິ່ງເປັນເຂດເມືອງຄູນ ກໍ່ຄືແຂວງຊຽງຂວາງ ມີຄວາມຮຸ່ງເຮືອງທາງດ້ານອະລິຍະທຳ, ຍ້ອນວ່າວັດເປັນສະຖານທີ່ເຕົ້າໂຮມຈິດໃຈ, ຄວາມເຫລື້ອມໃສສັດທາຂອງມວນຊົນ ທີ່ນັບຖືສາສະໜາພຸດ. ຕາມປະຫວັດ, ເຈົ້າລ້ານຄຳກອງ ເຊິ່ງເປັນພະຍາປົກຄອງເມືອງພວນ ໃນສະໄໝນັ້ນ ໄດ້ນຳເອົາອາຈານທຳມະກາຖາ ທີ່ມີສີມືໃນການສ້າງວັດຢູ່ເມືອງຫລວງພະບາງ ມາສ້າງວັດເພຍວັດນີ້ຂຶ້ນ ແລະ ເມື່ອສ້າງສຳເລັດ, ເຈົ້າລ້ານຄໍາກອງ ໄດ້ອັງເຊີນພະພຸດທະຮູບປາງ ທີ່ສັກສິດມາຈາກຫົງສາວະດີ (ໃນປະເທດມຽນມາ) ມາປະທັບໄວ້ໃນວັດເພຍວັດແຫ່ງນີ້ ເຊິ່ງໄດ້ເຮັດໃຫ້ເມືອງພວນເວລານັ້ນມີຄວາມຮຸ່ງເຮືອງຍິ່ງຂຶ້ນ, ວັດເພຍວັດ ໄດ້ກາຍເປັນບ່ອນ ຮໍ່າຮຽນຂອງພະສົງສຳມະເນນໃນເວລານັ້ນສືບມາ. ສະພາບວັດເພຍວັດ ໃນປັດຈຸບັນທີ່ຫລົງເຫລືອຈາກສົງຄາມເຜົາຜານ ທີ່ພວກຈັກກະພັດຕ່າງດ້າວ ເອົາຫມາກແຕກ, ໝາກໂບມມາຖິ້ມໃສ່ ນັ້ນຍັງຄົງໄດ້ຮັບຄວາມນິຍົມໄປຊົມຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຢ່າງບໍ່ຂາດສາຍ.
Editor: ດາວໄຊ ສີວິໄລ