ໃນທ້າຍອາທິດຜ່ານມານີ້; ໂຮງຮຽນມັດທະຍົມຕົ້ນດົງເຫັນ ທີ່ຂຶ້ນກັບເມືອງ ອາດສະພັງທອງ ເຊິ່ງນໍາໂດຍ ທ່ານ ນາງ ລໍາມະທຸ ກິງອັກສອນ ຜູ້ອໍານວຍການ ໂຮງຮຽນມັດທະຍົມຕົ້ນ ດົງເຫັນ ແລະ ຄູ-ອາຈານ ໄດ້ນໍາພານັກຮຽນຂອງຕົນໄປແຂ່ງຂັນກິລາບານເຕະມິດຕະພາບ ເພື່ອສ້າງຄວາມສໍາພັນທະມິດ, ຢູ່ທີ່ໂຮງຮຽນມັດທະຍົມຕົ້ນເຫຼົ່າໃຫ່ຍ ທີ່ຂຶ້ນກັບເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ ໂດຍໃຫ້ການຕ້ອນຮັບຂອງທ່ານ ລາສີ ແກ້ວດວງດີ ຜູ້ອໍານວຍການ ໂຮງຮຽນເຫຼົ່າໃຫ່ຍ ພ້ອມຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນໃຫ້ການຕ້ອນຮັບຢ່າງພ້ອມພຽງ.
ໃນການແຂ່ງຂັນກິລາໃນຄັ້ງນີ້; ມີກິລາ ປະເພດ ບານເຕະທີມຍິງ ແລະ ທີມຊາຍ ເຊິ່ງແບ່ງອອກເປັນ 3 ທີມໃນການແຂ່ງຂັນ. ທັ່ງນີ້; ກໍ່ເພື່ອເປັນການສ້າງຄວາມສໍາພັນ ແລະ ມິດຕະພາບລະຫວ່າງ 2 ໂຮງຮຽນໃຫ້ມີຄວາມສາມັກຄີປ່ອງດອງກັນຍິ່ງຂຶ້ນກວ່າເກົ່າ ແລະ ທັງເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກວາງອອກ ກໍ່ຄື 5 ຫລັກມູນ ກະຊວງສຶກສາທິການ ແລະ ກິລາວາງອອກ ໃນການສຶກສາຮໍ່າຮຽນໃຫ້ຄຽງຄູ່ກັບກິລາ ໃຫ້ປະກົດຜົນເປັນຈິ່ງຂຶ້ນໄປເທື່ອລະກ້າວ. ນອກຈາກນັ້ນ; ທັງເປັນການແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນແກ່ວັນສໍາຄັນຂອງຊາດ ຂອງພັກ ໃນແຕ່ລະໄລຍະເປັນຕົ້ນກໍ່ແມ່ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ທີ່ຫມູນວຽນມາເຖິງອີກວາລະຫນຶ່ງ.
Editor: ນັກຂ່າວເມືອງອາດສະພັງທອງ