ແຂວງສາລະວັນ ເປັນອີກແຂວງໜຶ່ງ ໃນສີ່ແຂວງພາກໃຕ້ຂອງລາວ ເຊິ່ງເປັນດິນແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ ແລະ ຂຶ້ນຊື່ລືນາມທາງດ້ານມູນເຊື້ອປະຫວັດສາດ, ວັດທະນະທຳອັນເກົ່າແກ່ທີ່ແອບແຝງໜ້າສົນໃຈທີ່ໜ້າຄົ້ນຫາເປັນຢ່າງຍິ່ງ.
ດິນແດນແຫ່ງນີ້ໄດ້ເຊື່ອງຊ້ອນ ຄວາມສວຍງາມທາງທໍາມະຊາດ ເຊິ່ງປະກອບດ້ວຍສິລະປະ ທີ່ປະສົມປະສານຄວາມເກົ່າແກ່ຂອງວັດທະນະທຳ ທີ່ມີມາແຕ່ດົນນານ ແລະ ໄດ້ເອກອ້າງເຖິງມູນເຊື້ອທີ່ເຄີຍມີມາເຮັດໃຫ້ຍັງຄົງສາມາດຮັກສາວິຖີຊີວິດ, ບັນຍາກາດ, ກິ່ນອາຍຂອງການດຳລົງຊີວິດ, ກິ່ນອາຍຂອງທຳມະຊາດທີ່ຍັງຄົງອຸດົມສົມບູນໄດ້ເປັນຢ່າງດີ ໂດຍສາມາດບົ່ງບອກເຖິງເອກະລັກທີ່ຍັງມີຄຸນຄ່າບໍ່ຈາງຫາຍ ເຊັ່ນດຽວກັນກັບສະຖານທີ່ທ່ອງທ່ຽວທາງທຳມະຊາດແຫ່ງນີ້ ນໍ້າຕົກຕາດສູງ ຫຼື ເອີ້ນອີກຊື່ໜຶ່ງວ່າ ນໍ້າຕົກຕາດເຊເສັດ ເປັນແຫຼ່ງທ່ອງທ່ຽວທີ່ລືຊື່ຂອງແຂວງ ສາລະວັນ ເຊິ່ງມີຕົ້ນກຳເນີດມາຈາກສາຍນໍ້າເຊເສັດ, ທີ່ມີຄວາມສູງປະມານ 70 ແມັດ, ຕັ້ງຢູ່ບ້ານຄຽງຕາດສູງ, ເມືອງເລົ່າງາມ ແຂວງ ສາລະວັນ ໂດຍໄດ້ເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວ ໄດ້ທ່ຽວຊົມມາແຕ່ປີ 1992 ເປັນຕົ້ນມາ. ນໍ້າຕົກຕາດດັ່ງກ່າວມີປະຫວັດຄວາມເປັນມາພ້ອມໆກັນກັບການສ້າງບ້ານຕາດຄຽງສູງ ໂດຍມີຜູ້ນຳຂອງເຜົ່າແງະ ທີ່ຕັ້ງຖິ່ນຖານແຄມແມ່ນໍ້າເຊເສັດ ບ່ອນທີ່ມີຄວາມອຸດົມສົມບູນທາງທຳມະຊາດ ແລະ ມີຄວາມສະດວກສະບາຍໃນການດຳລົງຊີວິດ. ສະນັ້ນ ພາຍໃນບ້ານກໍ່ໄດ້ປຶກສາຫາລືກັນວ່າຈະຕັ້ງຊື່ບ້ານແນວໃດ? ແລະ ມີເຖົ້າແກ່ຄົນໜຶ່ງສະເໜີຂຶ້ນວ່າ: ບ້ານເຮົາມີທີ່ຕັ້ງເໝາະສົມ ແລະ ມີນໍ້າຕົກຕາດທີ່ສູງຊັ້ນ, ມີຄວາມສວຍງາມ ເຮົາຄວນໃສ່ຊື່ບ້ານຕິດພັນກັບທຳມະຊາດອັນສົດງາມນີ້. ຜ່ານການປຶກສາຫາລືພາຍໃນບ້ານຈຶ່ງຕົກລົງເອກະພາບກັນໃນການຕັ້ງຊື່ບ້ານວ່າ: ບ້ານຄຽງຕາດສູງ ແລະ ເອີ້ນນໍ້າຕຕົດຕາດແຫ່ງນີ້ວ່າ: ນໍ້າຕົກຕາດສູງ ຈົນເທົ່າທຸກວັນນີ້.
ນໍ້າຕົກຕາດສູງແຫ່ງນີ້ ອອ້ມຮອບດ້ວຍທຳມະຊາດທີ່ອຸດົມສົມບູນ, ເຕັມໄປດ້ວຍຕົ້ນໄມ້, ດອກໄມ້ປ່າ ແລະ ພືດພັນນາໆຊະນິດ, ເໝາະສົມກັບການກິນເຂົ້າປ່າ, ຍ່າງທ່ຽວຊົມທຳມະຊາດ ແລະ ຫຼິ້ນນໍ້າທີ່ເຢັນສຸດ ເຊິ່ງໃນລະດູຝົນນໍ້າແຫ່ງນີ້ ຈະມີຄວາມສວຍງາມເປັນພິເສດເພາະມີນໍ້າຫຼາຍ, ເຮັດໃຫ້ສະຖານທີແຫ່ງນີ້ ກາຍເປັນບ່ອນຜູ້ຄົນນິຍົມໄປຜັກຜ່ອນ. ນໍ້າຕົກຕາດສູງ ຫ່າງຈາກເທດ ສະບານເມືອງເລົ່າງາມ ໄປປະມານ 25 ກິໂລແມັດ.
Editor: ດາວໄຊ ສີວິໄລ