ແຂວງຜົ້ງສາລີ ເປັນແຂວງໜຶ່ງທີ່ຢູ່ທາງພາກເໜືອສຸດຂອງປະເທດລາວເຮົາ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ວັດທະນະທໍາ. ເປັນດິນແດນທີ່ຫຸ້ມລ້ອມດ້ວຍພູຜາອາກາດໜາວເຢັນ ມີຊາຍແດນຕິດຈອດກັບສອງປະເທດ ຄື: ສປ ຈີນ, ແລະ ສສ ຫວຽດນາມ ກາຍເປັນເງື່ອນໄຂ ແລະ ຂໍ້ສະດວກໃນການພົວພັນ ພ້ອມທັງການເຂົ້າເຖິງຂອງນັກທ່ອງທ່ຽວຈາກຕ່າງປະເທດ. ປັດຈຸບັນ ແຂວງຜົ້ງສາລີ ມີແຫຼງທ່ອງທ່ຽວຫຼາຍແຫ່ງທີ່ໄດ້ເປີດບໍລິການ, ຄຽງຄູ່ກັບສິ່ງຮອງຮັບນັບມື້ນັບເພີ່ມຂຶ້ນ.
ປັດຈຸບັນທົ່ວແຂວງຜົ້ງສາລີ ມີແຫຼ່ງທ່ອງທ່ຽວທັງໝົດ 105 ແຫຼ່ງ. ມີແຫຼ່ງທ່ອງທ່ຽວທາງວັດທະນະທຳ 74 ແຫ່ງ, ແຫຼ່ງທ່ອງທ່ຽວທໍາມະຊາດ 27 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 4 ແຫ່ງ. ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວຂອງແຂວງແລ້ວ ພາຍໃນແຂວງ ຍັງມີແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ໜ້າສົນໃຈ ເປັນຕົ້ນແມ່ນ: ຖໍ້ານໍ້າແອງ,ຖໍ້າກະເດືອງ, ໜອງກິນນາລີ, ນໍ້າຕົກຕາດມັດທິງ, ປ່າສະຫງວນພູແດນດິນ, ປ່າສະຫງວນພູຕາສານ, ປ່າສະຫງວນພູສະແຫຼງ, ບໍ່ນໍ້າອຸ່ນນາແຕນ, ຜາເຜິ້ງ, ຖໍ້າອົມຕຼຶມ, ຖໍ້າລອນ ແລະ ອື່ນໆ. ສ່ວນທາງດ້ານປະຫວັດສາດ ແລະ ວັດທະນະທຳແມ່ນ: ຄ້າຍເກົ່າຝຣັ່ງ, ທາດກິ່ວອໍ, ສວນຊາ 400 ປີ, ທາດກິວແອກ, ວັດຫົວເມືອງ, ວັດອົງໄຫຼ, ທາດວັດຫຼວງອູໃຕ້, ວັດຫຼວງອູເໜືອ, ບ້ານຊົນເຜົ່າລາວກໍ່, ບ້ານເຜົ່າພູຊາງ, ວັດວຽງບຸນ, ບ້ານຊົນເຜົ່າລື້.
ນອກນີ້ ແຂວງຜົ້ງສາລີ ຍັງງານບຸນປະເພນີທີ່ສໍາຄັນສາ ມາດດຶງດູດນັກທ່ອງທ່ຽວເປັນຕົ້ນແມ່ນບຸນສະຫຼອງການປູກເຂົ້າ ແລະ ບຸນກູ້ເຜືອກ-ມັນເປັນຕົ້ນ. ສຳລັບເຂດພາກເໜືອແມ່ນເປັນເຂດພູມສັນຖານພູດອຍທີ່ມີລັກສະຊະນະສູງຊັນ, ມີພູຜາປ່າໄມ້, ອາກາດໜາວເຢັນ, ມີແມ່ນໍ້າລຳທານຫຼາຍສາຍ ແລະ ປະກອບມີຫຼາຍຊົນເຜົ່າທີ່ມີຮີດຄອງເປັນເອກະລັກທ້ອງຖິ່ນ ດ້ວຍເຫດນີ້ຈຶ່ງມີແຫຼ່ງທ່ອງທ່ຽວຫຼາກຫຼາຍ.
Editor: ດາວໄຊ ສີວິໄລ