ແຂວງອຸດົມໄຊ ເປັນອີກແຂວງໜຶ່ງທີ່ຢູ່ທາງພາກເໜືອຂອງປະເທດລາວເຮົາ ທີ່ເຕັມໄປດ້ວຍະລິຍະທະອັນເກົ່າແກ່ໜ້າຄົ້ນຫາ ແລະ ມີທຳມະຊາດທີ່ສວຍສົດງົດງາມຫຼາຍແຫ່ງ. ສ່ວນການເດີນທາງເຂົ້າສູ່ແຂວງ ອຸ ດົມໄຊ ເປັນເລື່ອງທີ່ງາຍຫຼາຍ ໂດຍມີເສັ້ນທາງບົກໂດຍເຊື່ອມຕໍ່ກັບບັນດາແຂວງ ແລະ ປະເທດໃກ້ຄຽງໃຫ້ມີຄວາມສະດວກສະບາຍໃນການເດີນທາງເຂົ້າມາທ່ຽວຊົມ. ແຂວງ ອຸດົມໄຊ ເປັນດິນແດນທີ່ມີຄວາມຫຼາກຫຼາຍທາງດ້ານທຳມະຊາດ, ທັງມີພູຜາ, ປ່າໄມ້ ແລະ ນໍ້າຕົກຕາດທີ່ມີຊື່ສຽງ ນອກນັ້ນ ຍັງມີຄວາມໂດດເດັ່ນທາງດ້ານວັດທະນະທຳ ແລະ ປະຫວັດສາດ.
ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວແຂວງອຸດົມໄຊແລ້ວ ພາຍໃນແຂວງ ຍັງມີແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ມີຄວມໂດດເດັ່ນ ເປັນຕົ້ນແມ່ນ: ນ້ຳກັດໂຢລະປາ, ທະເລໝອກເມືອງເໜືອ, ນໍ້າຕົກຕາດນໍ້າແຮງ, ນໍ້າຕົກຕາດແຈ, ນໍ້າຕົກຕາດຈົງ, ບໍ່ນໍ້າອຸ່ນ, ນໍ້າຕົກຕາດດວງດາວ, ນໍ້າຕົກຕາດແຝກ, ນໍ້າຕົກຕາດຫ້ວຍເລີຍ, ນໍ້າຕົກຕາດສະແລ, ນໍ້າຕົກຕາດຫັກ 11, ນໍ້າຕົກຕາດຫ້ວຍໄຄ, ອ່າງນໍ້າຫີນ, ຖໍ້າມືດ, ຖໍ້າຈອມອອງ, ຖໍ້າດູກ, ຖໍ້າມົກແຝກ, ຖໍ້າຫ້ວຍກູດ, ຖໍ້າຫຼວງ, ຖໍ້າເຊືອກຄວາຍ, ຕົ້ນໄມ້ລໍາທຽນ, ປ່າຊາພັນປີ ແລະ ອື່ນໆ. ສ່ວນທາງດ້ານວັດທະນະທຳ ແລະ ປະຫວັດສາດ ແມ່ນມີ: ວັດພຣະເຈົ້າສິງຄຳ, ພະເຈົ້າສິງຄໍາ, ວັດສີຈອມແຈ້ງ, ເຜົ່າອາຄາ, ບ້ານເຜົ່າລື້, ບ້ານເຜົ່າໄທຂາວ, ບ້ານເຜົ່າກຸມມຸ, ເຜົ່າລາວບິດ, ເຜົ່າໄຕດໍາແລະ ເຜົ່າມົ້ງ.
ນອກຈາກນີ້ ຍັງມີຫຼາກຫຼາຍກິດຈະກໍາ ບໍ່ວ່າຈະເປັນງານບຸນປະເພນີຂອງບັນດາເຜົ່າພາຍໃນແຂວງ ແລະ ຍັງໄດ້ຈັດຂຶ້ນໃນທຸກໆປີ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເພື່ອຮັກສາຮີດຄອງປະເພນີວັດທະນະທໍາຂອງລາວເຮົາ. ນອກຈາກນັ້ນ ແຂວງອຸດົມໄຊ ຍັງມີຄຳຂັວນທີ່ວ່າ: ‘’ທ່ຽວອຸດົມໄຊ ໄປຊົມ¬ທໍາມະ¬ຊາດ ນ້ໍາ¬ຕົກຕາດຫົວນ້ໍາກັດ ດື່ມນ້ໍາ¬ຊາ¬ພັນ¬ປີ ຂີ່ເຮືອທ່ອງທ່ຽວ ຊົມ¬ທໍາມະ¬ຊາດແຄມ-ຂອງ’’.
Editor: ແຂວງອຸດົມໄຊ