ການຈັດງານມະຫາກຳບຸນຊ້າງ ທີ່ແຂວງໄຊຍະບູລີ ກຳລັງຈະເປີດສາກຂື້ນຢ່າງເປັນທາງການໃນມື້ອື່ນນີ້ ແຕ່ຖ້າຫາກທ່ານໃດ ບໍ່ມີໂອກາດເດີນທາງໄປຮ່ວມງານ ກໍ່ສາມາດຮັບຊົມການຖ່າຍທອດສົດ ງານມະຫາກຳບຸນຊ້າງ ປະຈຳປີ 2018 ທີ່ແຂວງໄຊຍະບູລີ ຜ່ານທາງໂທລະພາບ ລາວສະຕາຣ ຂອງພວກເຮົາໄດ້.
ຊຶ່ງການຈັດງານມະຫາກຳບຸນຊ້າງປະຈຳປີ 2018 ນີ້ຈະໄດ້ຈັດຂຶ້ນໃນວັນທີ 17 ກຸມພາ ປີ 2018 ແລະ ຈະດຳເນີນເປັນເວລາ 7 ວັນ, ຮອດວັນທີ 22 ກຸມພາ 2018 ຈິ່ງສິ້ນສຸດບັນດາກິດຈະກຳ, ໂດຍງານນີ້ ຈະມີຊ້າງເຂົ້າຮ່ວມທັງໝົດ 69 ເຊືອກ.
ສ່ວນຕະຫຼາດນັດວາງສະແດງສີນຄ້າ ແມ່ນເລີ່ມເປີດໃຫ້ບໍລິການ ວັນທີ 16 ກຸມພາ 2018 ນີ້, ພ້ອມນີ້ແຂວງ ໄຊຍະບູລີ ຍັງໄດ້ກຳນົດເອົາງານມະຫາກຳຄັ້ງນີ້ ຕິດພັນກັບການເປີດປີທ່ອງທ່ຽວລາວຢູ່ແຂວງໄຊຍະບູລີ, ໂດຍຈະມີຫຼາຍກິດຈະກຳທີ່ຕິດພັນກັບຊ້າງ ແລະ ອະນຸລັກຮັກສາຊ້າງ ໂດຍສະເພາະແມ່ນການສະແດງຊ້າງຄຳຮູ້, ຈະມີການຍົກລະດັບໃຫ້ມີຄວາມຫຼາກຫຼາຍກວ່າປີຜ່ານມາ.
ນອກຈາກນີ້ໃນແຕ່ລະວັນຂອງການຈັດງານ ແມ່ນຈະຈັດໃຫ້ມີກິດຈະກຳການທ່ອງທ່ຽວແຫຼ່ງທຳມະຊາດທີ່ສວຍງາມຮີດຄອງປະເພນີວັດທະນະທຳຂອງປະຊາຊົນບັນດາເຜົ່າທີ່ເປັນເອກະລັກຂອງແຂວງໄຊຍະບູລີ ເຊັ່ນ: ທ່ຽວຊົມຖໍ້ານໍ້າທັງ, ຖໍ້າຜາຂີ້ໝິ້ນ, ຖໍ້າລະຄັງສະຫວັນ, ຕົ້ນຂ່າໃຫ່ຍຫຼາຍພັນປີ, ນໍ້າຕົກຕາດເຈົ້າ, ຢ້ຽມຊົມວີຖີຊີວິດຂອງເຜົ່າຕອງເຫຼືອງ, ຊົມວັດທະນະທໍາຂອງເຜົ່າລື້ເມືອງພຽງ ແລະ ຊົມທະເລໝອກ, ຊີມຊາພັນປີ ຂອງເມືອງໄຊສະຖານ.
ພ້ອມນີ້ ໃນງານຍັງມີກິດຈະກໍາຕ່າງໆ ເພື່ອໃຫ້ບັນດາແຂກບ້ານແຂກເມືອງໄດ້ໄປທ່ຽວຊົມເປັນຕົ້ນແມ່ນພິທີໃສ່ບາດອຸດທິກຸສົນໃຫ້ຊ້າງ, ທ່ຽວຊົມຮ້ານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຈາກພາຍໃນ ແລະ ຕ່າງປະເທດ, ສິນຄ້າກະສິກຳ ຫັດຖະກຳ, ອຸດສາຫະກໍາປູງແຕ່ງ ທີ່ເປັນເອກະລັກຂອງທ້ອງຖິ່ນ, ມີການສະແດງສິນລະປະວັນນະຄະດີຈາກພາກສ່ວນຕ່າງໆ ແລະ ຊົມການສະແດງຄອນເສີດໃນທຸກຄືນຕະຫຼອດງານ.
Editor: ຕະວັນ ແສງສະຫວັນ