ສປປ ລາວ ມີມໍລະດົກໂລກ ແລ້ວ 2 ແຫ່ງ ຄື: ເມືອງຫລວງພະບາງ ແລະ ຜາສາດຫີນວັດພຸຈໍາປາສັກ, ແລະ ຄາດວ່າ ແຫ່ງທີ 3 ແມ່ນຈະຖືກປະາດຮັບຮອງ ໃນໄວໄວນີ້ ນັ້ນກໍ່ຄື ທົ່ງໄຫຫີນ. ທີ່ແຂວງຊຽງຂວາງ. ຜ່ານເວລາແຫ່ງການບຸກບຶນ ແລະ ຄວາມພະຍາຍາມຂອງທີມງານວິຊາການ ມາເກືອບ 20 ປີ ທ້າຍປີ 2017 ຜ່ານມາ ຄະນະຮັບຜິດຊອບ ຝ່າຍລາວ ໄດ້ສໍາເລັດການສ້າງຮ່າງຄໍາຮ້ອງໃນການສະເໜີເອົາທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ແຜນດັ່ງກ່າວແມ່ນໄດ້ສໍາເລັດຕາມຄາດຫມາຍ.
ໃນເບື້ອຕົ້ນ ທົ່ງໄຫຫິນ ຖືກສະເໜີໃຫ້ເປັນມໍລະດົກໂລກ ມີທັງໝົດ 11 ຈຸດ ກວມເອົາເນື້ອທີ່ 200 ກວ່າເຮັກຕາ ໃນ 4 ເມືອງ ( ເມືອງປາກ, ເມືອງຄໍາ, ເມືອງຜາໄຊ ແລະ ເມືອງພູກູດ) ໃນນັ້ນມີ
- ແຫລ່ງໄຫຫີນ 1 ບ້ານນາໂອ,
- ແຫລ່ງໄຫຫີນ 2 ບ້ານນາໂຄ້,
- ແຫລ່ງໄຫຫິນ 3 ບ້ານຊຽງດີ,
- ແຫລ່ງໄຫຫີນ 8 ບ້ານຫ້ວຍຫລວງ,
- ແຫລ່ງໃຫ້ຫີນ 12 ບ້ານຜາແກ້ວ,
- ແຫລ່ງໄຫຫີນ 21 ບໍລິເວນພູເກັ່ງ,
- ແຫລ່ງໄຫຫິນ 23 ບ້ານນໍ້າຮົ່ມ,
- ແຫລ່ງໄຫຫິນ 25 ບ້ານສອງຮັກ,
- ແຫລ່ງໄຫຫີນ 28 ບ້ານນາຄວນ,
- ແຫລ່ງໄຫຫີນ 42 ພູຊ້າງ ແລະ
- ແຫລ່ງໄຫຫີນ 52 ບ້ານຜາແກ້ວ
ໃນການສົ່ງຄໍາຮ້ອງສະເໜີແຫລ່ງມໍລະດົກໄຫຫີນ ເປັນມໍລະດົກໂລກ ຄັ້ງນີ້ ແມ່ນມີກໍານົດຕອບກັບ ຈາກອົງການ ຢູ່ເນັສໂກ ພາຍໃນ 3 ເດືອນ, ເຊີ່ງທາງກົມມໍລະດົກ ເປັນຜູ້ຮັບຜິດຊອບຕິດຕາມ ບັນດາເອກະສານ ທັງໝົດ ຫລັງຈາກນັນ ໃນເດືອນກຸມພາ 2018 ນີ້ ຈະມີການຖະແຫລງຂ່າວ ກ່ຽວກັບຮ່າງເອກະສານຄໍາຮ້ອງ ທີ່ສົມບູນແບບ ແລ້ວສົ່ງໄປຍັງອົງການຢູເນັສໂກ ອີກຄັ້ງ. ມີຫລາຍຄົນສົງໄສວ່າ: ພາຍຫລັງຍື່ນເອກະສານຮ່າງຄໍາຮ້ອງ ທີ່ສົມບູນຮ-ຍຮ້ອຍ ແລ້ວດົນປານໃດ ຈິ່ງຈະຮູ້ເລື່ອງນນີ້,
ທ່ານ ທອງໃບ ໂພທິສານ ຫົວຫນ້າກົມມໍລະດົກ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຄໍາຕອບວ່າ: ພາບຫລັງຍື່ນເອກະສານຄໍາຮ້ອງສົມບູນແລ້ວ ທາງອົງການຢູ່ເນັສໂກ ແມ່ນຈະໃຊ້ເວລາ 8 ເດືອນ ໃນການລົງສໍາຫລວດ ກວດກາສະຖານທີ່ຕ່າງໆ ວ່າມີຄວາມຖືກຕ້ອງການຕາມສະເໜີບໍ່, ຫລັງຈາກນັ້ນ ຈິ່ງນໍາເອົາເລື່ອງດັ່ງກ່າວ ເຂົ້າປະຊຸມສາກົນ ເພື່ອເຂົ້າສູ່ຂະບວນການຄັດເລືອກໃນຂັ້ນຕໍ່ໄປ, ຄາດວ່າ ຈະປະກາດຜົນ ໃນປີ 2019 ຖ້າທົ່ງໄຫຫິນ ຖືກຮັບຮອງປະກາດເປັນມໍລະດົກໂລກ ແຫ່ງທີ 3 ຂອງລາວ ຜົນດີ ທີ່ຊາວແຂວງຊຽງຂວາງ ແລະ ປະເທດລາວ ຈະໄດ້ຮັບແມ່ນມີຢ່າງຫລວງຫລາຍ ນັບທັງການດຶງດູດນັກທ່ອງທ່ຽວ, ນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນຫລາຍຂື້ນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ກາຍເປັນເປົ້າຫມາຍຫນຶ່ງ ໃນການດຶງເອົານັກທ່ອງທ່ຽວ ໃນທົ່ວໂລກ ເດີນທາງເຂົ້າມາຢ້ຽມຢາມ ສປປ ລາວ ຫລາຍຂື້ນ ແລະ ຍັງເຮັດໃຫ້ພາບພົດ ຂອງລາວ ຮູ້ຈັກກວ້າງຂວາງຂື້ນ.
Editor: ກຳປານາດ ລັດຖະເຮົ້າ