ໃນອາທິດຜ່ານມາ ແຂວງໄຊຍະບຸລີ ໄດ້ຈັດກອງປະຊຸມປືກສາຫາລື ແລະ ປຸກລະດົມພາກສ່ວນຕ່າງໆເພື່ອເປັນກະກຽມຄວາມພ້ອມໃນທຸກດ້ານໃນການຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວຊົມງານມະຫາກຳບຸນຊ້າງ ປະຈຳປີ 2018 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-22 ກຸມພາ 2018 ນີ້.
ຈຸດປະສົງກໍ່ເພື່ອເປັນການກະກຽມຄວາມພ້ອມໃນການບໍລິການ ແລະ ທັກສະໃນການຕ້ອນຮັບແຂກໃຫ້ບັນດາຮ້ານກິນດື່ມ, ເຮືອນພັກ, ໂຮງແຮມ, ຜູ້ທີ່ຕ້ອນຮັບແຂກໄດ້ເຂົ້າໃຈເຖິງຄວາມສຳຄັນຂອງວຽກງານການບໍລິການຕ້ອນຮັບແຂກ, ບໍ່ວ່າຈະເປັນແຂກພາຍໃນ ຫຼື ຕ່າງປະເທດ, ກໍ່ຈະຕ້ອງໄດ້ໃຫ້ຄວາມສຳຄັນໃນການບໍລິການ, ກ່ຽວກັບການຄ້າຂາຍອາຫານການກິນຕ່າງໆຕະຫຼອດຮອດຄ່າຫ້ອງພັກເຊົາຈະຕ້ອງມີຄວາມພໍດີພໍງາມ, ບໍ່ໃຫ້ເອົາປຽບລູກຄ້າຜູ້ໃຊ້ບໍລິການຕ່າງໆໃນຍາມບຸນ, ສະຖານທີ່ຕ້ອນຮັບແຂກພຽງພໍ, ສະອາດສວຍງາມເພື່ອໃຫ້ແຂກມີຄວາມຕິດອົກຕິດໃຈທີ່ໄດ້ເຂົ້າມາທ່ຽວຊົມງານດັ່ງກ່າວນີ້.
ໃນງານບຸນມະຫາກຳບຸນຊ້າງປີນີ້ທາງແຂວງໄດ້ມີການຄວບຄຸມທາງດ້ານການບໍລິການເຄັ່ງຄັດກ່ວາທຸກປີ, ປາສະຈາກການເອົາປຽບລູກຄ້າດ້ວຍການຂຶ້ນລາຄາສິນຄ້າ ແລະ ຄ່າພັກເຊົາຕະຫຼອດຮອດການກິນດື່ມຕ່າງໆ ແລະ ໄດ້ມີການແຕ່ງໜ່ວຍງານທີ່ກ່ຽວຂ້ອງລົງຕິດຕາມ, ຖ້າຫາກພົບເຫັນບັນຫາດັ່ງກ່າວນັ້ນຜູ້ລະເມີດແມ່ນຈະຖືກປະຕິບັດຕາມລະບຽບການ ທັງນີ້ກໍເພື່ອ ແນ່ໃສ່ແກ້ບັນຫາທີ່ຈະເກີດມີຫາງສຽງຕາມມາພາຍຫຼັງ ເຮັດໃຫ້ແຂກທີ່ເຂົ້າມາທ່ຽວຊົມງານຄັ້ງນີ້ໄດ້ມີແຕ່ຄວາມມ່ວນຊື່ນ ແລະ ເພີ່ງພໍໃຈກັບການທ່ອງທ່ຽວງານມະຫາກຳບຸນຊ້າງ ປະຈຳ 2018 ທີ່ແຂວງ ໄຊຍະບູລີໄດ້ຈັດຂຶ້ນໃຫ້ສົມກັບວ່າເມືອງ ໄຊຍະບູລີເປັນເມືອງແຫ່ງສະເໜ່, ເປັນເມືອງທີ່ສວຍ ງາມທາງດ້ານວັດທະນະທຳ ແລະ ມີທຳມະຊາດທີ່ໜ້າທ່ຽວຊົມ.
Editor: ເສດຖະກິດ-ການຄ້າ