ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ພ້ອມພັນລະຍາ ແລະ ຄະນະນຳ ໄດ້ລົງຢ້ຽມຢາມສວນມົນຕາ ຈຳປາລາວ ທີ່ບ້ານຫລັກ 11 ເມືອງປາກຊ່ອງ, ແຂວງຈຳປາສັກ. ເມືອງປາກຊ່ອງ ເປັນເມືອງທີ່ຂຶ້ນຊື່ໄດ້ວ່າ ມີອາກາດເຢັນສະບາຍ ແລະ ເປັນມົນສະເໜ່ທີ່ຊັກຊວນໃຫ້ຜູ້ຄົນຫລົງໄຫລ ມາທ່ອງທ່ຽວ, ເມື່ອຕົ້ນປີ 2017 ທີ່ຜ່ານມາ ເມືອງປາກຊ່ອງ ແຫ່ງນີ້ໄດ້ເກີດມີແຫລ່ງທ່ອງທ່ຽວແຫ່ງໃໝ່ ເປັນສະຖານທີ່ທ່ອງທ່ຽວສວນກະເສດ ທີ່ມີດອກໄມ້ຫລາຍຮ້ອຍ ຊະນິດ ມາລວມກັນເບັ່ງບານ ຕ້ອນຮັບແຂກຜູ້ມາເຢືອນ, ສວນດອກໄມ້ມົນຕາ ຈຳປາລາວແຫ່ງນີ້ ຫ່າງ ຈາກຕົວເມືອງປາກເຊ ໄປທາງທິດຕາເວັນອອກ 61 ກິໂລແມັດ ແລະ ຫ່າງຈາກຕົວເມືອງປາກຊ່ອງ ພຽງ 11 ກິໂລແມັດ, ມີເນື້ອທີ່ຂອງສວນທັງໜົດ 40 ເຮັກຕາ, ປະຈຸບັນໄດ້ທຳການສ້າງສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກແລ້ວ 3 ເຮັກຕາ ແລະ ໄດ້ດຳເນີນການພັດທະນາຕາມແຜນການຂອງໂຄງການ ສຳເລັດ 20 ສ່ວນຮ້ອຍ.
ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ກໍ່ໄດ້ເດີນທ່ຽວຊົມສວນດອກໄມ້ ແລະ ຟາມກະເສດ ທີ່ມີຄວາມສວຍສົດງົດງາມ ເຊິ່ງເປັນສວນດອກໄມ້ທີ່ມີການຈັດວາງ,ການອອກແບບ ທີ່ເປັນກະລັກອັນສະເພາະ, ມີການຈັດພູມສັນທັດໃຫ້ມີຈຸດເດັ່ນໜ້າທ່ຽວຊົມ, ມີການປູກ ແລະ ຂະຫຍາຍແນວພັນດອກໄມ້ຫລາຍຮ້ອຍກວ່າຊະນິດທີ່ນຳເຂົ້າຈາກພາຍໃນປະເພດ ແລະ ຕ່າງປະເທດ ເຮັດໃຫ້ເກີດມີຫລາຍສີສັນ ແລະ ຄຸນນະພາບດີ. ທາງສວນໄດ້ມີການຈັດວາງໂຄງສ້າງການອອກແບບ ສວນປະເພດ ດອກໄມ້ຄຸນນະພາບ, ສວນກະເສດ ຟາມດອກກ້ວຍໄມ້, ຟາມ ກຸຫລາບ, ຟາມສະຕໍເບີຣີ, ເຮືອນພັກ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ນອກຈາກຈະໄດ້ທ່ຽວຊົມຄວາມງາມຂອງສວນດອກໄມ້ແລ້ວ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮັບຟັງການນຳສະເໜີແນວຄວາມຄິດແບບແຜນການພັດທະນາແຫລ່ງທ່ອງທ່ຽວ ຮູບແບບກະສິກຳ ແລະ ຮູບແບບທຳມະຊາດ ຈາກຜູ້ບັນຍາຍທີ່ມີປະສົບການຕົວຈິງ, ພ້ອມນີ້ ທ່ານ ທອງລຸນ ສີສຸລິດຍັງໄດ້ຍ້ອງຍໍຊົມເຊີຍ ຕໍ່ການມາລົງທືນຂອງນັກທຸລະກິດທີ່ເປັນຄົນລາວ ທີ່ເຫັນຄວາມສຳຄັນຂອງການພັດທະນາທ້ອງຖື່ນ ແລະ ເປັນບຸກຄົນທີ່ມີຈິດໃຈຕ້ອງການພັດທະນາການທ່ອງທ່ຽວຮູບແບບ ໃໝນີ້ໃຫ້ກາຍເປັນຕະຫລາດການທ່ອງທ່ຽວທີ່ມີປະສິດທິພາບໃນປະຈຸບັນກໍ່ຄືອະນາຄົດ, ທ່ານ ຍັງໃຫ້ທິດຊີ້ນຳ ແລະ ໃຫ້ການສະໜັບສະໜູນຢ່າງເລີກເຊິ່ງຕໍ່ແນວຄວາມຄິດໃນການພັດທະນາໂຄງການສ້າງແຫລ່ງທ່ອງທ່ຽວ ທີ່ເປັນຕົ້ນແບບຂອງການສ້າງຖານການຜະລິດດອກໄມ້,ໜາກໄມ້ ແລະ ຕົ້ນໄມ້ເມືອງໜາວທີ່ສາມາດດິງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວໃນແຕ່ລະວັນບໍ່ຂາດ ແລະ ຍັງສາມາດສ້າງຖານການຜະລິດທີ່ມີຕະຫລາດຮອງຮັບໃນອະນາຄົດອັນໄກ້ໆນີ້ ແລະ ເປັນສວນຕົວແບບແຫ່ງການພັດທະນາແຫລ່ງທ່ອງທ່ຽວ ກະສິກຳທີ່ດີແຫ່ງໜິ່ງຂອງ ສ ປປ ລາວ ກໍ່ຄື ເຂດໃຕ້ ເມືອງປາກຊ່ອງ ແຂວງຈຳປາສັກ ຈະເລີນກ້າວໄປຢ່າງບໍ່ຢຸດຢັ້ງ.
ທີມຂ່າວ ແຂວງຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ