ກົມຮູບເງົາ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີເປີດສາຍຮູບເງົາ ດອກຈໍາປາບານ ຂື້ນ ຢ່າງເປັນທາງການ ທີ່ຖຮງຮູບເງົາ ວຽງຈັນເຊັນເຕີ້, ນະຄອນຫລວງວຽງຈັນ ໃນແລງວັນທີ 3 ກຸມພາ 2018 ທີ່ຜ່ານມາ, ເພື່ອເປັນການສະເຫລີມສະຫລອງ ແລະ ເປັນສັກຂີພິຍານ ໃນການຊົມຮູບເງົາອັນເປັນປະຫວັດສາດ ແຫ່ງການຮ່ວມມື ແລະ ແລກປ່ຽນວັດທະນະທໍາ ລະຫວ່າງ ສອງຊາດ ລາວ-ຈີນ ຜ່ານຮູບເງົາ ເລື່ອງ: ດອກຈໍາປາບານ
ທ່ານ ວິທູນ ສູນດາລາ ຫົວຫນ້າກົມຮູບເງົາ ກະຊວງ ຖວທ ໄດ້ກ່າວວ່າ: ຮູບເງົາ ເລື່ອງ: ດອກຈໍາປາບານ ເປັນຮູບເງົາທີ່ມີຊື່ ແລະ ເນື້ອໃນສຸດທິ່ມີຄວາມຫມາຍ ແຫ່ງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ຈີນ, ຈີນ-ລາວ ທີ່ໄດ້ນໍາສະເໜີ ເສັ້ນທາງແຫ່ງຄວາມຮັກ ຂອງບ່າວຈີນ ແລະ ສາວລາວ, ທີ່ແຊກຊ້ອນ ດ້ວຍເນື້ອໃນທາງປະຫວັດສາດ ແຫ່ງການຮ່ວມມື ພ້ອມດ້ວຍການນໍາສະເຫນີ ພາບທິວທັດທໍາມະຊາດ ແລະ ວັດທະນະທໍາ ທີ່ສວຍງາມ ຄວາມອຸດົມຮັ່ງມີ ຂອງປະເທດລາວ ເຂົ້າໃນການດໍາເນີນເລື່ອງ ໂດຍສະເພາະຄວາມຫມາຍ ສຸດທີ່ພາກພູມໃຈ ແລະ ເອກອ້າງຂອງຄົນລາວຊາດລາວ ທີ່ໄດ້ນໍາເອົາຊື່ ດອກຈໍາປາ ທີ່ເປັນດອກໄມ້ປະຈໍາຊາດລາວ ບັນທຶກນາມໄວ້ ໃນຮູບເງົາເລື່ອງນີ້.
ຮູບເງົາເລື່ອງນີ້ ເກີດຂື້ນ ແລະ ສໍາເລັດ ໄດ້ ຍ້ອນຄວາມບຸກບຶນ ແລະ ການຮ່ວມມືຫລາຍຝ່າຍ ໂດຍສະເພາະແມ່ນກົມຮູບເງົາ, ກະຊວງ ຖວທ ແຫ່ງ ສປປ ລາວ, ໂຮງສ້າງຮູບເງົາ ຍີ່ປຸ່ນ ສະຖາບັນຮູບເງົາປັກກິ່ງ ແລະ ບໍລິສັດ ຈົງສື່ ຢ່າໄທ້ ສື່ວັດທະນະທໍາສາກົນປັກກີ່ງ ຈໍາກັດ ແຫ່ງປະເທດຈີນ. ພາຍໃຕ້ການຊີ້ນໍາ ຢ່າງໃກ້ຊີດ ຂອງການນໍາ ທັງສອງຝ່າຍ ລາວ ແລະ ຈີນ, ເຮັດໃຫ້ ຮູບເງົາ ດອກຈໍາປາບານ ທີ່ມີຄວາມຫມາຍທາງປະຫວັດສາດ ສ້າງຂື້ນເພື່ອສະເຫລີມສະຫລອງສາຍພົວພັນ ການທູດ ລະຫວ່າງ ສອງປະເທດ ລາວ-ຈີນ ຄົບຮອບ 55 ປີ.
Editor: ກຳປານາດ ລັດຖະເຮົ້າ