ສະຖານທູດຈີນ ປະຈຳລາວ ໄດ້ຈັດງານລ້ຽງຮັບຮອງປີໃໝ່ຈີນຢູ່ສະຖານທູດຈີນ ປະຈຳລາວ, ຂື້ນເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ທັງເປັນປະທານຄະນະກຳມາທີການຮ່ວມມືລາວ-ຈີນ, ບັນດາຮອງລັດຖະມົນຕີພ້ອມດ້ວຍຜູ້ຕາງໜ້າບໍລິສັດຈີນປະຈຳລາວ, ນັກສຶກສາ, ຊາວຈີນຢູ່ລາວ ແລະ ຊາວລາວເຊື້ອສາຍຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຫວາງ ເຫວີນ ທຽນ ເອກອັກຄະລັດຖະທູດ ສປ ຈີນປະຈໍາ ສປປ ລາວ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນອັນປະເສີດບັນດາແຂກຮັບເຊີນໃນໂອກາດປີໃໝ່ຈີນ ພ້ອມທັງສະແດງຄວາມຂອບໃຈຕໍ່ບຸກຄົນໃນວົງການຕ່າງໆທີ່ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການຮ່ວມມືມິດຕະພາບ ລະຫວ່າງ ສອງປະເທດຈີນ-ລາວ. ທ່ານ ຫວາງ ເຫວີນ ທຽນ ກ່າວວ່າ, ປີ 2017 ເປັນປີທີ່ມີຄວາມໝາຍຂີດແບ່ງປະຫວັດສາດຂອງຈີນໂດຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 19 ໄດ້ຈັດຂຶ້ນດ້ວຍຜົນສຳເລັດ, ການນຳສູງສຸດຂອງສອງປະເທດຈີນ-ລາວ ໄດ້ຢ້ຽມຢາມເຊິ່ງກັນລະກັນໂດຍສອງຝ່າຍເປັນເອກະພາບກັນສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ ທີ່ຕັດແຍກຈາກກັນບໍ່ໄດ້, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ. ຫວັງວ່າຊາວຈີນຢູ່ລາວແລະຊາວລາວເຊື້ອສາຍຈີນ, ນັກສຶກສາ,ບໍລິສັດຈີນປະຈຳລາວທັງຫຼາຍຈະສົ່ງເສີມມູນເຊື້ອອັນດີງາມຂອງປະຊາຊາດຈີນ,ຊ່ວຍເຫຼືອສາມັກຄີນຳກັນ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວກໍຄືການພັດທະນາເສດຖະກິດ-ສັງຄົມຂອງລາວ. ໃນໂອກາດດັ່ງກ່າວ, ຜູ້ຕາງໜ້ານັກການທູດຢູ່ສະຖານທູດຈີນ ປະຈຳລາວ, ຊາວຈີນ ຢູ່ລາວແລະ ຊາວລາວເຊື້ອສາຍຈີນ ໄດ້ສະແດງສິລະປະວັນນະຄະດີໂດຍການສະແດງບົດຟ້ອນຈີນ ແລະອື່ນໆທີ່ເຕັ້ມໄປດ້ວຍບັນຍາກາດມ່ວນຊື່ນຄຶກຄື້ນບຸນກຸດຈີນປະຈຳປີ 2018.
Editor: ກຳປານາດ ລັດຖະເຮົ້າ