ໃນກອງປະຊຸມຄັ້ງນີ້ ໄດ້ວາງແຜນການ 5 ປີຕໍ່ຫນ້າ ສປປ. ລາວ ເຮົາຈະສາມາດດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ໃຫ້ໄດ້ 6 ລ້ານຄົນ ສ້າງແຜນພັດທະນາແຫລ່ງທ່ອງທ່ຽວໃຫ້ໄດ້ 25 ແຫ່ງ ສ້າງໃຫ້ເປັນແຫລ່ງທ່ອງທ່ຽວທີ່ມີຄຸນນະພາບ ທັນສະໄຫມ ແລະ ມີຄວາມສີວິໄລຢືນຍົງນັ້ນແມ່ນແຜນການຕໍ່ຫນ້າຂອງກອງປະຊຸມວິຊາການຂະແຫນງການທ່ອງທ່ຽວທົ່ວປະເທດ ຄັ້ງທີ 1 ທີ່ໄດ້ຈັດຂື້ນເມື່ອວັນທີ 12 ກໍລະກົດ ທີ່ຜ່ານມາ ຢູ່ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານອຸ່ນທວງ ຂາວພັນ ຄະນະປະຈຳພັກກະຊວງ ຜູ້ຊີ້ນຳວຽກງານການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ມີບັນດາຫົວຫນ້າກົມ ຮອງກົມ ຫົວຫນ້າພະແນກ ໃນທົ່ວປະເທດ ລວມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ກອງປະຊຸມຄັ້ງນີ້ ທ່ານອຸ່ນທວງ ຂາວພັນ ຜູ້ຊີ້ນຳວຍກງານການທ່ອງທ່ຽວ ໄດ້ເນັ້ນໃຫ້ຂະແຫນງການທ່ອງທ່ຽວເອົາໃຈໃສ່ ຄື
1. ເອົາໃຈໃສ່ໃນການພັດທະນະຂະແຫນງການອຸດສະຫະກຳການທ່ອງທ່ຽວ ທີ່ມີເອກະລັກສະເພາະຂອງລາວ ໄປຕາມທິດສົ່ງເສີມການທ່ອງທ່ຽວ ທາງດ້ານທຳມະຊາດ ປະຫວັດສາດ ແລະວັດທະນະທຳ ສ້າງໃຫ້ ສປປ. ລາວ ໄດ້ກາຍເປັນຈຸດຫມາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວໃນທົ່ວໂລກ ແລະເປັນສ່ວນປະກອບສຳຄັນຂອງການທ່ອງທ່ຍວອາຊຽນ ແລະສາກົນ ພ້ອມກັນນັ້ນກໍ່ຍັງຕ້ອງສົ່ງເສີມການທ່ອງທ່ຽວ ໃຫ້ກາຍເປັນຂະແຫນງເສດຖະກິດສຳຄັນອີກຂະແຫນງຫນຶ່ງຂອງຊາດ
2. ສຸມໃສ່ພັດທະນາແຫລ່ງທ່ອງທ່ຽວໃນແຕ່ລະແຂວງ ການກຳນົດເອົາຜະລິດຕະພັນທີ່ໂດດເດັ່ນ ສ້າງໃຫ້ກາຍເປັນຜະລິດຕະພັນການທ່ອງທ່ຽວ ການເຊື່ອມໂຍງກັບທ້ອງຖີ່ນ ແລະກ້າວໄປເຖິງການເຊື່ອມໂຍງກັບບັນດາ ປະເທດໃກ້ຄຽງ ແລະພາກພື້ນ
3. ສຳລັບພາກຫົວຫນ່ວຍທຸລະກິດທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ແລະທຸລະກິດທີ່ກ່ຽວຂ້ອງຄວນເພີ່ມທະວີການຮ່ວມມື ພັດທະນາຄຸນນະພາບໃນການບໍລິການໃຫ້ດີຂື້ນ ແລະສ້າງຕະຫລາດທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ-ຢືນຍົງ ແລະມີສ່ວນຮ່ວມຈາກພາກສ່ວນຕ່າງໆ
ໂອກາດດັ່ງກ່າວ ທ່ານສູນ ມະນີວົງ ຫົວຫນ້າກົມພັດທະນາການທ່ອງທ່ຽວ ໄດ້ລາຍງານວຽກງານການຈັດຕັ້ງປະຕິບັດຂະແຫນງການທ່ອງທ່ຽວໃນໄລຍະ 5 ປີຜ່ານມາ (ນັບແຕ່ 2011-2015) ແລະທິດທາງ 5 ປີຕໍ່ຫນ້າ (2016-2020) ສຳລັບຕົວເລກນັກທ່ອງທ່ຽວທີ່ເດີນທາງເຂົ້າມາຢ້ຽມຢາມ ສປປ. ລາວ ໃນປີ 2011 ມີຈຳນວນ 2.7 ລ້ານກວ່າຄົນ ແລະໃນປີ 2015 ມີຕົວເລກນັກທ່ອງທ່ຽວທີເດີນທາງມາທ່ຽວ ສປປ. ລາວ ຈຳນວນ 4.6 ລ້ານກວ່າຄົນ ທຽບໃສ່ປີ 2014 ເພີ່ມຂື້ນ 13 ສ່ວນຮ້ອຍ ສາມາດເກັບລາຍຮັບເຂົ້າປະເທດໄດ້ 725 ລ້ານກວ່າໂດລ້າສະຫາລັດ ປະກອບສ່ວນເຂົ້າໃນ ຈີດີພີ. ປະມານ 7.5 ສ່ວນຮ້ອຍ ແລະຄາດຫມາຍໃນປີ 2020 ຈະສ້າງລາຍຮັບສະເລ່ຍ 550 ຫາ 760 ລ້ານໂດລາສະຫາລັດ
ສຳລັບຕະຫລາດນັກທ່ອງທ່ຽວທີ່ສຳຄັນ ແມ່ນນອນໃນຂົງເຂດອາຊີ-ປາຊີຟິກ ໂດຍສະເພາະກຸ່ມປະເທດສະມາຊິກອາຊຽນ ຄືນັກທ່ອງທ່ຽວທີ່ມາຈາກປະເທດໄທ ປະເທດຫວຽດນາມ ສຳລັບນັກທ່ອງທ່ຽວທີ່ມາຈາກອາຊີ-ປາຊີຟິກ ໄດ້ແກ່ ນັກທ່ອງທ່ຽວ ຈາກປະເທດຈີນ, ຍີ່ປຸ່ນ, ສາທາລະນະລັດເກົາຫລີ ແລະປະເທດອົດສະຕາລີ ນອກຈາກນັ້ນຍັງມຮນັກທ່ອງທ່ຽວທີ່ມາຈາກເອີຣົບ ແລະອາເມລີກາ ເຊັ່ນ ນັກທ່ອງທ່ຽວຈາກປະເທດຝຣັ່ງ, ອັງກິດ, ເຢຍລະມັນ ແລະ ສະຫາລັດອາເມລິກາ
ສຳລັບແຜນທິດທາງໃນ 5 ປີຂ້າງຫນ້າ ແມ່ນຈະສູ້ຊົນດຶງດູດເອົານັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ. ລາວ ໃຫ້ໄດ້ 6 ລ້ານກວ່າຄົນ ໂດຍມີການສ້າງແຜນພັດທະນາການທ່ອງທ່ຽວໃຫ້ໄດ້ຈຳນວນ 25 ແຫ່ງ ສຳຫລວດ ພ້ອມທັງຈັດສັນແຫລ່ງທ່ອງທ່ຽວໃຫ້ໄດ້ຕື່ມຈຳນວນ 40 ແຫ່ງ ສ້າງພະນັກງານວິຊາການທີ່ເຮັດວຽກກັບຂະແຫນງການທ່ອງທ່ຽວ ໃຫ້ມີຄຸນນະພາບ ຢ່າງຫນ່ອຍ 4 ພັນກວ່າຄົນ ສຶບຕໍ່ຂະຫຍາຍ ຜູ້ຕາງຫນ້າ ຫລືຕົວແທນການທ່ອງທ່ຽວຢູ່ໃນຕ່າງປະເທດ ໃນການໂຄສະນາ ແລະການຕະຫລາດໃຫ້ກັບ ສປປ. ລາວ ໃນ ຈຳນວນ 5 ປະເທດ ພ້ອມກັນນັ້ນຍັງຈະໄດ້ສຸມໃສ່ກະກຽມຈັດງານປີທ່ອງທ່ຽວລາວ ຄັ້ງທີ 3 ໃນປີ 2018 ໃຫ້ປະກົດຜົນເປັນຈິງຕາມແຜນການຄາດຫມາຍໄວ້