ແຂວງອຸດົມໄຊ ຈະຈັດງານເປີດປີທ່ອງທ່ຽວລາວ 2018 ຂອງແຂວງ ໃນວັນທີ 13-15 ມັງກອນ 2018 ຕິດພັນກັບງານສະເຫລີມສະຫລອງ ບຸນປີໃໝ່ຂອງຊົນເຜົ່າກຶມມຸ ໂດຍຈະມີຫລາຍ ກິດຈະກໍາສໍາຄັນ ເປັນຕົ້ນ ການແຫ່ຂະບວນກ້ອນກໍາລັງພາກສ່ວນຕ່າງໆ, ລວມທັງກ້ອນກໍາລັງ ຂອງບັນດາເຜົ່າພາຍໃນແຂວງ, ມີການສະແດງສິລະປະວັດທະນະທໍາບັນດາເຜົ່າ ໃນຊຸດການສະແດງພູຜາ, ສາຍນໍ້າ, ວັດທະນະທໍາຊົນເຜົ່າ, ປະກວດນາງສາວເຜົ່າກຶມມຸ, ການເດີນແບບຊຸດຊົນເຜົ່າ, ງານຕະຫລາດ ນັດວາງສະແດງຜະລິດຕະພັນການທ່ອງທ່ຽວ, ເຄື່ອງຫັດຖະກໍາ ວິຖີຊີວິດເຜົ່າກຶມມຸ ສິລະປະວັດທະນະທໍາເຜົ່າກຶມມຸ ແລະ ເຜົ່າອື່ນໆ. ນອກຈາກນີ້ ກໍຈະມີບຸນປະເພນີຕ່າງໆ ໂດຍໄດ້ຈັດວາງເປັນປະຕິທິນ ການທ່ອງທ່ຽວ ເທດສະການບຸນປະເພນີປະຈໍາປີ ຢູ່ແຕ່ລະເມືອງພາຍໃນແຂວງຕື່ມອີກ.
ຈຸດປະສົງຂອງການຈັດປີທ່ອງທ່ຽວລາວ 2018 ທີ່ແຂວງອຸດົມໄຊ ເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດ ກໍຄື ຜົນສຳເລັດ ໃນການສ້າງສາພັດທະນາ ຂອງປະຊາຊົນບັນດາເຜົ່າພາຍໃນແຂວງ, ເພື່ອປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ຂອງແຂວງໃຫ້ຄົງຄຸນຄ່າ ເພື່ອດຶງດູດ ແລະ ສົ່ງເສີມການທ່ອງທ່ຽວ, ເປັນການໂຄສະນາເຜີຍແຜ່ ວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ວິຖີຊີວິດອັນຈົບງາມ ຂອງປະຊາຊົນບັນດາເຜົ່າ ແຂວງອຸດົມໄຊ, ຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ທີ່ຖືເອົາການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ຂະຫຍາຍຕົວຢ່າງແຂງແຮງຕໍ່ເນື່ອງ ແລະ ຍືນຍົງ, ພັດທະນາການທ່ອງທ່ຽວ ໃຫ້ກາຍເປັນອຸດສາຫະກຳ ການທ່ອງທ່ຽວທີ່ມີຄວາມເຂັ້ມແຂງ ແລະ ສາມາດເພີ່ມລາຍໄດ້ ທັງເປັນການ ໂຄສະນາດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ກວມເອົາອັດຕາສ່ວນເພີ່ມ, ພ້ອມນີ້ ຍັງເປັນການຊຸກຍູ້ສົ່ງເສີມ ການທ່ອງທ່ຽວພາຍໃນ “ລາວທ່ຽວລາວ, ອຸດົມໄຊທ່ຽວອຸດົມໄຊ” ເຊິ່ງແຂວງອຸດົມໄຊ ມີແຫລ່ງທ່ອງທ່ຽວ ທີ່ໂດດເດັ່ນເຊັ່ນ: ນໍ້າກັດຢໍລາປາ, ວັດພະເຈົ້າສິງຄໍາ ອົງສັກສິດເມືອງຫລາ, ຖໍ້າຈອມອອງ ເມືອງໄຊ, ຕາດຕະແລ ເມືອງຮຸນ ແລະ ທະເລໝອກເມືອງເໜືອ ແລະ ອື່ນໆ ເພື່ອຫລຸດຜ່ອນການຮົ່ວໄຫລ ຂອງເງິນຕາອອກໄປຕ່າງປະເທດຕື່ມອີກ.
Editor: ດາວໄຊ ສີວິໄລ