ງານເທດສະການດອກງິວບານ ທີ່ແຂວງບໍ່ແກ້ວ ເປັນເຫດການທີ່ມີຄວາມຫມາຍສໍາຄັນ ທາງດ້ານວັດທະນະທໍາ-ຮິດຄອງປະເພນີ ແລະ ມູນເຊື້ອອັນດີງາມ ຂອງດອນຊາວ ດິນແດນ ສາມຫລຽມຄໍາ ທີ່ມີຊື່ສຽງມາແຕ່ດົນນານ ແລະ ໃນຖອກາດປີທ່ອງທ່ຽວລາວ 2018 ແຂວງບໍ່ແກ້ວ ຈະໄດ້ຈັດຂື້ນໄປພ້ອມໆກັບງານເທດສະການດອກງິ້ວບານ ເຊີ່ງເລີ່ມມາແຕ່ທ້າຍປີ 2017 ໄປຈົນເຖິງ ວັນທີ 29 ມັງກອນ 2018 ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ໃນປີ 2018 ນີ້ ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດເອົາເທດສະການດອກງິ້ວບານ ເຂົ້າຢູ່ໃນກິດຈະກໍາທ່ອງທ່ຽວ ເຊີ່ງຈະເປັນກະລະໂອກາດອັນດີງາມ ທີ່ຈະເສີມຕໍ່ຂະຫຍາຍ ແລະ ຍົກລະດັບການຈັດງານເທດສະການດອກງິ້ວບານ ແລະ ງານເທດສະການອື່ນໆ ກາຍເປັນປະເພນີເອກະລັກ ສະເພາະປະຊາຊົນບັນດາເຜົ່າ ຂອງແຂວງບໍ່ແກ້ວ, ນອກນີ້ ຍັງເປັນການໂຄສະນາເຜີຍແຜ່ແນວທາງການສົ່ງເສີມການທ່ອງທ່ຽວ ພາຍໃນແຂວງ ໃຫ້ມີການຂະຫຍາຍຕົວ ຢ່າງແຂງແຮງ, ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ ( ລາວທ່ຽວລາວ ) ຄຽງຄູ່ກັບການສ້າງຄວາມປະທັບໃຈ ແລະ ສີ່ງອໍານວຍຄວາມສະດວກໃນດ້ານຕ່າງໆ ເພື່ອດຶງດູດເອົານັກທ່ອງທ່ຽວຕາສງປະເທດ ແລະ ນັກລົງທຶນເຂົ້າມາທ່ຽວ ແລະ ລົງທຶນພັດທະນາແຂວງບໍ່ແກ້ວ ໄປຕາມທິດຍື້ນຍົງ ແລະ ສີຂຽວ ໃຫ້ກາຍເປັນຮູບປະທໍາ ຢ່າງແທ້ຈິງ.
ງານເທດສະການດອກງິ້ວບານ ຄັ້ງທີ 18 ເປັນກິດຈະກໍາຫນຶ່ງ ໃນປີທ່ອງທ່ຽວລາວ 2018 ຄາດວ່າຈະຈັດໃຫ້ມີຄວາມຄຶກຄື້ນກວ່າທຸກປີ ແລະ ມີຫລາຍກິດຈະກໍາ ເຊັ່ນ: ມີງານວາງສະແດງ ແລະ ຈໍາຫນ່າຍສິນຄ້າ, ການປະກວດອາຫານ, ການປະກວດນາງສາວດອກງິ້ວບານ, ການສະແດງແບບ ຍີງ-ຊາຍ ໃນ 13 ຊົນເຜົ່າ, ການສະແດງສິລະປະ-ວັນນະຄະດີ, ການແຂ່ງຂັນກິລາ, ລວມທັງກິລາພື້ນເມືອງ, ການແຂ່ງຂັນລົດຖີບ, ການສໍາມະນາພົບປະ ລະຫວ່າງຜູ້ປະກອບການທາງດ້ານທຸລະກິດ ພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ. ພ້ອມນັ້ນ ຍັງຈັດລາຍການທ່ອງທ່ຽວ ໄປຍັງສະຖານທີ່ຕ່າງໆ ພາຍໃນແຂວງ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ