ການຈັດງານມະຫາກຳບຸນຊ້າງ ທີ່ແຂວງໄຊຍະບູລີ ກຳລັງກາຍເປັນປະເພນີທ້ອງຖິ່ນໄປແລ້ວ ທາງນີ້ກໍ່ເພື່ອເປັນການອະນຸລັກຮັກສາຊ້າງລາວ, ເພາະຊ້າງເປັນມູນມໍລະດົກຂອງຊາດ, ທັງເປັນສັດມີ່ງຂັວນຄູ່ບ້ານຄູ່ເມືອງ, ພ້ອມນີ້ ຍັງເປັນການສຶບຕໍ່ຮັກສາຮີດຄອງປະເພນີອັນດີງາມ, ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແຂວງ ໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອະດິດຕະການໃຫ້ຢືນຍົງຄົງຢູ່ກັບປະຊາຊົນເຮົາຕະຫຼອດໄປ.
ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ ທັງເປັນປະທານຈັດງານມະຫາກຳບຸນຊ້າງປີ 2018 ໄດ້ເປີດເຜີຍວ່າ: ການຈັດງານມະຫາກຳບຸນຊ້າງປະຈຳປີ 2018 ນີ້ຈະໄດ້ຈັດຂຶ້ນໃນວັນທີ 17 ກຸມພາ ປີ 2018 ແລະ ຈະດຳເນີນເປັນເວລາ 7 ວັນ, ຮອດວັນທີ 22 ກຸມພາ 2018 ຈິ່ງສິ້ນສຸດບັນດາກິດຈະກຳ, ໂດຍງານນີ້ ຈະມີຊ້າງເຂົ້າຮ່ວມທັງໝົດ 69 ເຊືອກ.
ສ່ວນຕະຫຼາດນັດວາງສະແດງສີນຄ້າ ແມ່ນຈະເລີ່ມເປີດໃຫ້ບໍລິການຕັ້ງແຕ່ວັນທີ 16 ກຸມພາ 2018 ເປັນຕົ້ນໄປ, ພ້ອມນີ້ແຂວງ ໄຊຍະບູລີ ຍັງໄດ້ກຳນົດເອົາງານມະຫາກຳຄັ້ງນີ້ ຕິດພັນກັບການເປີດປີທ່ອງທ່ຽວລາວຢູ່ແຂວງໄຊຍະບູລີ, ໂດຍຈະມີຫຼາຍກິດຈະກຳທີ່ຕິດພັນກັບຊ້າງ ແລະ ອະນຸລັກຮັກສາຊ້າງ ໂດຍສະເພາະແມ່ນການສະແດງຊ້າງຄຳຮູ້, ຈະມີການຍົກລະດັບໃຫ້ມີຄວາມຫຼາກຫຼາຍກວ່າປີຜ່ານມາ.
ນອກຈາກນີ້ໃນແຕ່ລະວັນຂອງການຈັດງານແມ່ນຈະຈັດໃຫ້ມີກິດຈະກຳການທ່ອງທ່ຽວແຫຼ່ງທຳມະຊາດທີ່ສວຍງາມຮີດຄອງປະເພນີວັດທະນະທຳຂອງປະຊາຊົນບັນດາເຜົ່າທີ່ເປັນເອກະລັກຂອງແຂວງໄຊຍະບູລີ ເຊັ່ນ ທ່ຽວຊົມຖໍ້ານໍ້າທັງ, ຖໍ້າຜາຂີ້ໝິ້ນ, ຖໍ້າລະຄັງສະຫວັນ, ຕົ້ນໄມ້ຄ່າໃຫ່ຍຫຼາຍພັນປີ, ນໍ້າຕົກຕາດເຈົ້າ, ຢ້ຽມຊົມວີຖີຊີວິດຂອງເຜົ່າຕອງເຫຼືອງ, ຊົມວັດທະນະທໍາຂອງເຜົ່າລື້ເມືອງພຽງ ແລະ ຊົມທະເລໝອກຊີມຊາພັນປີ ຂອງເມືອງໄຊສະຖານ.
ພ້ອມນີ້ ໃນງານຍັງມີກິດຈະກໍາຕ່າງໆເພື່ອໃຫ້ບັນດາແຂກບ້ານແຂກເມືອງໄດ້ໄປທ່ຽວຊົມເປັນຕົ້ນແມ່ນພິທີໃສ່ບາດອຸດທິກຸສົນໃຫ້ຊ້າງ, ທ່ຽວຊົມຮ້ານວາງສະແດງສິ້ນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຈາກພາຍໃນ ແລະ ຕ່າງປະເທດ, ສິນຄ້າກະສິກຳຫັດຖະກຳ, ອຸດສາຫະກໍາປູງແຕ່ງ ທີ່ເປັນເອກະລັກຂອງທ້ອງຖິ່ນ, ມີການສະແດງສິນລະປະວັນນະຄະດີຈາກພາກສ່ວນຕ່າງໆ ແລະ ຊົມການສະແດງຄອນເສີດໃນທຸກຄືນຕະຫຼອດງານ.
Editor: ລາວອັບເດດ