ສວນພຶກສາ ຖືວ່າເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ໃນນະຄອນຫຼວງວຽງຈັນ ທີ່ຫາກໍ່ເປີດບໍລິການມາໄດ້ 9 ເດືອນກວ່າ ໂດຍໄດ້ເລີ່ມເປີດບໍລິການມາແຕ່ເດືອນເມສາ 2017 ເປັນຕົ້ນມາ. ນອກຈາກຈະສ້າງສວນດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວແລ້ວ ຍັງສ້າງໃຫ້ເປັນບ່ອນສະໜອງຄວາມຮູ້ແກ່ນ້ອງໆນັກຮຽນໄດ້ມາທັດສະນະສຶກສາຫາຄວາມຮູ້ກ່ຽວກັບການປູກພືດປອດສານພິດ, ຄວາມຮູ້ກ່ຽວກັບຮີດຄອງປະເພນີ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວທີ່ມີມາຕັ້ງແຕ່ບູຮານນະການ.
ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໃຫ້ສຳພາດວ່າ: ສາເຫດທີ່ສ້າງສວນພຶກສານີ້ຂຶ້ນມາ ເບື້ອງຕົ້ນແມ່ນຄິດວ່າຈະເຮັດໃຫ້ເປັນບ່ອນພັກຜ່ອນຂອງຄອບຄົວ ແຕ່ເນື່ອງຈາກວ່າຢູ່ໃນນະຄອນຫຼວງວຽງຈັນ ເຫັນວ່າຍັງຂາດສະຖານທີ່ທ່ອງທ່ຽວ ຈົນເຮັດໃຫ້ຄົນໃນນະຄອນຫຼວງວຽງຈັນໄປທ່ຽວບ່ອນອື່ນໝົດ. ສະນັ້ນ, ຈຶ່ງຕັດສິນໃຈສ້າງສວນດັ່ງກ່າວຂຶ້ນມາເພື່ອໃຫ້ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງນະຄອນຫຼວງວຽງຈັນ. ໃນພື້ນທີ່ຫຼາຍກວ່າ 35 ເຮັກຕາ ຢູ່ໃນສວນພຶກສາຖືກແບ່ງເຂດການກໍ່ສ້າງຢ່າງເປັນລະບົບ ເຊິ່ງສ່ວນໃຫຍ່ຈະຖືກຕົກແຕ່ງໄປດ້ວຍດອກໄມ້ນາໆຊະນິດທີ່ ນັກທ່ອງທ່ຽວເຫັນແລ້ວເປັນຕາສະອອນ ແລະ ອົດໃຈທີ່ຈະຖ່າຍຮູບບໍ່ໄດ້. ນອກຈາກການແຕ່ງສວນໃນຮູບແບບໃຫຍ່ຍັງໄດ້ສ້າງສວນນ້ອຍໆທີ່ຖືກຕົກແຕ່ງຢ່າງສວຍງາມພ້ອມກັບຕັ້ງຊື່ແຕ່ລະສວນອີກ 100 ສວນແຕກຕ່າງກັນໄວ້ໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບຢ່າງເຕັມທີ່.
ນອກຈາກນີ້, ພາຍໃນສວນຍັງມີ ໜອງສະ 8 ໜອງ ໄວ້ໃຫ້ນັກທ່ອງທ່ຽວໄດ້ເຮັດກິດຈະກຳຕຶກເບັດ, ມີຮ້ານອາຫານທີ່ສາມາດຮອງຮັບການຈັດງານລ້ຽງ, ງານສຳມະນາຕ່າງໆໄດ້ປະມານ 500 – 600 ຄົນ, ມີຕູບໃຫຍ່ – ນ້ອຍໄວ້ໃຫ້ນັກທ່ອງທ່ຽວໄດ້ນັ່ງຫຼິ້ນພັກຜ່ອນ ໂດຍທີ່ບໍ່ໄດ້ເກັບຄ່າບໍລິການຕູບ, ມີການບໍລິການລົດໄຟຟ້າພາຂີ່ອ້ອມສວນ ( ເຊິ່ງຄ່າບໍລິການແມ່ນ 5,000 ກີບຕໍ່ຄົນ ). ນອກນັ້ນ, ຍັງຈະໄດ້ສ້າງໝູ່ບ້ານ 3 ຊົນເຜົ່າ ( ເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າກຶມມຸ ), ມີການສະແດງສິລະປະວັນນະຄະດີ ແລະ ຈະໃຫ້ມີກິດຈະກຳແບບຕໍ່ເນື່ອງ.
ທ່ານ ພູວົງ ຍັງກ່າວອີກວ່າ: ການທີ່ເພິ່ນສ້າງສວນພຶກສານີ້ຂຶ້ນມາ ກໍ່ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ແລະ ຈະສ້າງໃຫ້ມີກິດຈະກຳຕ່າງໆພາຍໃນສວນໃຫ້ມີຄວາມຫຼາກຫຼາຍ ເຊັ່ນ: ກິດຈະກຳຈັດງານບຸນກິນຈຽງຂອງຊົນເຜົ່າມົ້ງທີ່ຫາກໍ່ຈັດຂຶ້ນໃນລະຫວ່າງວັນທີ 14 – 20 ທັນວາ 2017 ຜ່ານມາ ແລະ ກິດຈະກຳອື່ນໆທີ່ກຳລັງຈະເກີດຂຶ້ນອີກໃນອະນາຄົດອັນໃກ້ນີ້, ໂດຍເພິ່ນໄດ້ວາງເປົ້າໝາຍໄວ້ວ່າຈະສ້າງສວນພຶກສາໃຫ້ກາຍເປັນສູນລວມກິດຈະກຳຕ່າງໆ ສ້າງຄວາມແຕກຕ່າງໃຫ້ກັບການທ່ອງທ່ຽວລາວ. ທັງນີ້,ກໍ່ຍັງເປັນການປຸກລະດົມປະຊາຊົນຄົນລາວໃຫ້ຫັນມາທ່ຽວລາວຫຼາຍຂຶ້ນ.
Editor: ຕະວັນ ແສງສະຫວັນ